ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພົບປະສັງສັນບັນດາສະມາຊິກລັດຖະບານຜ່ານໄລຍະຕ່າງໆ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພົບປະສັງສັນບັນດາສະມາຊິກລັດຖະບານຜ່ານໄລຍະຕ່າງໆ - ảnh 1

ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພົບ​ປະ​ສັງ​ສັນ​ບັນດາສະມາຊິກ​ລັດຖະບານ​ຜ່ານ​ໄລຍະ​ຕ່າງໆ

(ພາບ: VGP/Nhật Bắc)

(vovworld) – ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປີ​ມະ​ເສ​ງ 2013, ຕອນ​ບ່າຍ​ວັນ​ທີ 23/2 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ພົບ​ປະ​ສັງ​ສັນ​ກັບອະ​ດິ​ດການ​ນຳ​ລັດຖະບານ, ບັນດາ​ສະມາຊິກ​ລັດຖະບານ ຊຸດ​ຕ່າງໆ ​ແລະ ບັນດາ​ການ​ນຳ​ລັດຖະບານ, ສະມາຊິກ​ລັດຖະບານ​ພວມ​ດຳລົງ​ຕຳ​ແໜ່​ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ: ປີ 2012 ທີ່​ຜ່ານ​ມາ, ​ແມ່ນ​ປີ​ຫຍຸງຫຍາ​ກ ​ແລະ ທ້າ​ທາຍ​ຕໍ່ ຫວຽດນາມ​ ຢ່າງ​ແທ້​ຈິງ, ​ແຕ່​​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ, ລັດຖະບານ​ໄດ້​ສະມັກ​ຄີ, ​ເຫັນ​ດີ​​ເປັນ​ເອກະ​ພາບ, ມານະ​ພະຍາຍາມ​ສຸ້ຊົນ, ​ເດັດ​ດຽວກະທຳ​ເພື່ອ​ນຳ​ປະ​ເທດ​​ໃຫ້ກ້າວ​ຂຶ້ນ ​ແລະ ສ້າງ​ທ່າ​ພັດທະນາ​ໃນ​ປີ 2013 - ​ເຊິ່ງ​ແມ່ນ​ປີ​ບານພັບ​ຂອງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 5 ປີ (2011 – 2015).

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫວັງ​ວ່າ: ບັນດາອະ​ດິດການ​ນຳ​ລັດຖະບານ, ບັນດາ​ສະມາຊິກ​ລັດຖະບານ​ຊຸດ​ຕ່າງໆ ສືບ​ຕໍ່​ມີ​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ, ສຸດ​ຈິດ​ສຸດ​ໃຈ​ໃຫ້​ແກ່​ວຽກ​ງານ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ​ໃນ​ປະຈຸ​ບັນ ​ແລະ ຢັ້ງຢືນ​ວ່າລັດຖະບານ​ຈະ​ຕັດສິນ​ໃຈ​ມານະ​ພະຍາຍາມ​ສູ້ຊົນ, ​ເດັດ​ດຽວ​ເຄື່ອນ​ໄຫວ, ສາມັກຄີ, ​ເຫັນ​ດີ​ເຫັນ​ພ້ອມ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍ ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2013 ​ແລະ ​ໃນຊຸມ​ປີ​ຕໍ່​ໆໄປ​​ໃຫ້ບັນລຸ​ໝາກຜົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ