ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ ໃຫ​້​ການ​ຕ້ອ​ນ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣູ​ມາ​ນີ

(VOVWORLD) -  ລັດຖະບານ ຣູມານີ ມີຄວາມຫວັງຢາກຊຸກຍູ້ການຮ່ວມມືມິດຕະພາບກັບ ຫວຽດນາມ ໃນຫຼາຍຂົງເຂດ. ບໍ່ພຽງແຕ່ໃນຂອບເຂດລັດຖະບານເທົ່ານັ້ນ ຫາກຍັງແມ່ນຊຸກຍູ້ໃນການຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຫຼາຍຂົງເຂດອີກດ້ວຍ.
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ ໃຫ​້​ການ​ຕ້ອ​ນ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣູ​ມາ​ນີ - ảnh 1ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດ ຣູມານີ (ພາບ: TTXVN)

ຕອນບ່າຍວັນທີ 14 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ ໃຫ້ການຕ້ອນຮັບ ທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດ ຣູມານີ ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຕີລາຄາສູງກະຊວງການຕ່າງປະເທດຣູມານີ ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ໃນວຽກງານກະກຽມໃຫ້ແກ່ການຢ້ຽມຢາມ ຣູມານີ ຢ່າງເປັນທາງການຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ຜ່ານມາ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍກະຊວງການຕ່າງປະເທດ ແລະ ກະຊວງ, ຂະແໜງການຕ່າງໆ ຂອງສອງປະເທດໄດ້ຜັນຂະຫຍາຍບັນດາມາດຕະການເພື່ອຫັນໝາກຜົນຂອງການຢ້ຽມຢາມ ຣູມານີ ຂອງທ່ານນາຍົກລັດຖະມົນຕີ ເປັນລະອຽດ, ໃນນັ້ນມີບັນດາຂໍ້ຕົກລົງການຮ່ວມມືທີ່ໄດ້ຮັບການລົງນາມຈາກສອງຝ່າຍ. ຫວຽດນາມ ຫວັງວ່າຈະຊຸກຍູ້ການຮ່ວມມືກັບຣູມານີ ໃນທຸກໆຂົງເຂດຄື ເສດຖະກິດ, ການຄ້າ, ການລົງທຶນ… ທ່ານນາຍົກລັດຖະມົນຕີໄດ້ຂອບໃຈຄຳໝັ້ນສັນຍາຂອງ ຣູມານີ ໃນການສະໜັບສະໜູນ ຫວຽດນາມ ແລະ EU ລົງນາມໃນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - EU (EVFTA)ໂດຍໄວ ແລະ ຫວັງວ່າ EU ຈະໃຫ້ສັດຕະຍາບັນສັນຍາໃນອາຍຸການດຳເນີນເປັນປະທານ EU ຂອງ ຣູມານີ.

ສ່ວນທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດ ຣູມານີ ໃຫ້ຮູ້ວ່າ ລັດຖະບານ ຣູມານີ ມີຄວາມຫວັງຢາກຊຸກຍູ້ການຮ່ວມມືມິດຕະພາບກັບ ຫວຽດນາມ ໃນຫຼາຍຂົງເຂດ. ບໍ່ພຽງແຕ່ໃນຂອບເຂດລັດຖະບານເທົ່ານັ້ນ ຫາກຍັງແມ່ນຊຸກຍູ້ໃນການຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຫຼາຍຂົງເຂດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ