ນາຍົກລັດຖະມົນຕີ ອັງກິດ ປະຕິຮູບຄະນະລັດຖະບານ

(VOVWORLD) - ລັດຖະມົນຕີພັດທະນາສາກົນ, ຄົມມະນາຄົມ, ສາທາລະນະສຸກ, ລັດຖະມົນຕີຮັບຜິດຊອບເຂດ Wales, ລັດຖະມົນຕີປະຊາຄົມ, ຕຸລາການ, ການສຶກສາ, ການຄ້າ… 

ນາຍົກລັດຖະມົນຕີ ອັງກິດ ປະຕິຮູບຄະນະລັດຖະບານ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May 

(ພາບ: EPA/TTXVN)

ວັນທີ 11 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ປະຕິຮູບຄະນະລັດຖະບານໃນນັ້ນມີບັນດາຕຳແໜ່ງຫຼັກແຫຼ່ງເກືອບທັງໝົດໃນລັດຖະບານ. ບັນດາຕຳແໜ່ງປ່ຽນແທນລວມມີ: ລັດຖະມົນຕີພັດທະນາສາກົນ, ຄົມມະນາຄົມ, ສາທາລະນະສຸກ, ລັດຖະມົນຕີຮັບຜິດຊອບເຂດ Wales, ລັດຖະມົນຕີປະຊາຄົມ, ຕຸລາການ, ການສຶກສາ, ການຄ້າ… ການກະທຳນີ້ຊ່ວຍໃຫ້ທ່ານນາງ Theresa May ແບກຫາບໜ້າທີ່ຮັບຜິດຊອບສຳຄັນ, ໃນນັ້ນ ມີວິວັດທະນາການເຈລະຈາກ່ຽວກັບເລື່ອງຖອນອອກຈາກ ສະຫະພາບ ເອີລົບ (ອີຢູ), ຫຼື ຍັງເອີ້ນວ່າ Brexit, ຖືກຕາມແຜນການທີ່ໄດ້ວາງອອກ. ຄາດວ່າ, ຄະນະລັດຖະບານໃໝ່ຈະໄດ້ຮັບການປະກາດໃນ ອາທິດໜຶ່ງອີກ.

ຕອບກັບ

ຂ່າວ/ບົດ​ອື່ນ