ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຄງການສະໜອງໄຟຟ້າຈາກຕາໜ່າງໄຟຟ້າແຫ່ງຊາດໃຫ້ເກາະຫຼີເຊີນ

ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຄງການສະໜອງໄຟຟ້າຈາກຕາໜ່າງໄຟຟ້າແຫ່ງຊາດໃຫ້ເກາະຫຼີເຊີນ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ເຂົ້າ​ຮ່ວມ​ພິທີ
​ເປີດ​ສະຫຼອງ​ໂຄງການ​ສະໜອງ​ໄຟຟ້າ​ຈາກຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​​ໃຫ້​ເກາະ​ຫຼີ​ເຊີນ)


(vovworld) - ວັນ​ທີ 28/9, ຢູ່​ເມືອງ​ເກາະ​ຫຼີ​ເຊີນ, ​ແຂວງ ກວາງ​ຫງາຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ໂຄງການ​ສະໜອງ​ໄຟຟ້າ​ຈາກຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​​ໃຫ້​ເກາະ​ຫຼີ​ເຊີນ ດ້ວຍ​ສາຍ​ກາບ​ໃຕ້​ພື້ນ​ທະ​ເລ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຫວັງ​ວ່າ, ກະຊວງ​ອຸດສາຫະກຳ​ການ​ຄ້າ, ບໍລິສັດ​ໃຫຍ່​ໄຟຟ້າ​ພາກ​ກາງ, ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ ສືບ​ຕໍ່​ລົງທຶນ​ກໍ່ສ້າງ​ບັນດາ​ໂຄງການ, ກິດຈະກຳ​ຕ່າງໆ, ​ໃນ​ນັ້ນ​ມີ​ບັນດາ​ໂຄງການ​ສະໜອງ​ໄຟຟ້າ​ໃຫ້​ເກາະ​ຕ່າງໆ​ຂອງ​ປະ​ເທດ ​ເພື່ອ​ຮັບປະກັນ​ພະລັງງານ​ໄຟຟ້າ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ​ຕາມ​ແຜນການ, ​ແຜນ​ກຳນົດ​ທີ່​ໄດ້​ວາງ​ອອກ. ຄຽງ​ຄ້າງ​ນັ້ນ​ທ່ານ​ນາຍົກລັດຖະມົນຕີຍັງສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ​ເມືອງ​ເກາະ ຫຼີ​ເຊີນ ​ແລະ ​ແຂວງ​ກວາງ​ຫງາຍ​ຂຸດ​ຄົ້ນ, ນຳ​ໃຊ້​ແຫ່ຼງ​ໄຟຟ້າ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ພັດທະນາ​ຢ່າງ​ໄວ, ໝັ້ນຄົງ​ ​ແລະ ມີ​ປະສິດທິ​ຜົນກວ່າ​ໃນ​ທຸກ​ຂົງ​ເຂດ, ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ, ໝູ່​ເກາະ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ