ນາຍົກລັດຖະມົນຕີ ໂມຢຳບິກ ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ທ່ານນາຍົກລັດຖະມົນຕີ ແຫ່ງ ສ. ໂມຢຳບິກ Carlos Agostinho Rosario ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 31 ກໍລະກົດຫາວັນທີ 3 ສິງຫາປີ 2017
ນາຍົກລັດຖະມົນຕີ ໂມຢຳບິກ ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ໂມຢຳບິກ Carlos Agostinho Rosario 

ວັນທີ 31/7, ທ່ານນາຍົກລັດຖະມົນຕີ ແຫ່ງ ສ. ໂມຢຳບິກ Carlos Agostinho Rosario ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 31 ກໍລະກົດຫາວັນທີ 3 ສິງຫາປີ 2017 ຕາມຄຳເຊີນຂອງທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ການຢ້ຽມຢາມຫວຽດນາມຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສ. ໂມຢຳບິກ Carlos Agostinho Rosario ແມ່ນເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ໂມຢຳບິກ ພ້ອມທັງແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນກໍຄືໃນບັນດາຂົງເຂດທີ່ 2 ຝ່າຍຕ່າງກໍມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ