ນາຍົກລັດຖະມົນຕີບຸນກາຣີສືບຕໍ່ການເຄື່ອນໄຫວຢ້ຽມຢາມຫວຽດນາມ

ນາຍົກລັດຖະມົນຕີບຸນກາຣີສືບຕໍ່ການເຄື່ອນໄຫວຢ້ຽມຢາມຫວຽດນາມ - ảnh 1
ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ບຸນກາຣີPlamen Oreshaski


(vovworld)- ​ຕອນ​ເຊົ້າ​ວັນ​ທີ 8/4 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ບຸ​ນກາຣີ Plamen Oreshaski ​ໄດ້​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ບໍລິສັດ PV Oil Lube ສັງກັດ​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ສ​ແຫ່ງ​ຊາດ ຫວຽດນາມ ​ແລະ ບໍລິສັດ Prista Recycling ສັງກັດ​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ສ Prista Oil ບຸ​ນກາຣີ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ​ເຈີ​ນກວກ​ແຄງ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ​ປາດ​ຖະຫນາ​ວ່າ: ​ໃນ​​ໄລຍະ​ຈະ​ມາ​ເຖິງ ວິ​ສາ​ຫະກິດ​ທັງ​ສອງ ຈະ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ, ຊຸກຍູ້​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື:

“ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ນຳ​ມາ​ຊື່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ໃຫ້​ແກ່​ວິ​ສາ​ຫະກິດ​ທັງ​ສອງ. ກະຊວງ​ອຸດສາຫະກຳ ການ​ຄ້າ ຕີ​ລາຄາ​ສູງ ​ເລື່ອງ​ລົງ​ນາມ​ໃນ​​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ບໍລິສັດ​ສອງ​ແຫ່ງ​ດັ່ງກ່າວ ກ່ຽວ​ກັບ​ການຄົ້ນ​ຄ້ວາຮ່ວມ​ມື, ລົງທຶນ​ກໍ່ສ້າງ​ໂຮງງານ​​ບຳບັດ ​ແລະ ຜະລິດ​ນຳ້ມັນ​ຈັກ​ຄືນ​ໃຫມ່​ຢູ່ ຫວຽດນາມ, ປະກອບສ່ວນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.”

 ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ-​ບຸນ​ກາຣີ

ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່ ນະຄອນ ດາ​ຫນັງ, ທ່ານ​ນາຍົກລັດຖະມົນຕີ ບຸ​ນກາຣີ Plamen Oreshaski ​​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ-​ບຸນ​ກາຣີ ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ສາຂາ ນະຄອນ​ດາ​ຫນັງ ສົມທົບ​ກັບ​ສະຖານທູດ ບຸນ​ກາຣີ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ.

​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ມີ​ບັນດາ​ການ​ນຳ​ກະຊວງ, ຂະ​ແຫນງ​ການ ​ແລະ ວິ​ສາ​ຫະກິດ ບຸນ​ກາ​ຣີ 23 ​ແຫ່ງ ພ້ອມ​ກັບ​ວິ​ສາ​ຫະກິດ ຫວຽດນາມ 50 ​ແຫ່ງ. ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ບຸນ​ກາຣີ ​ແລະ ດາ​ຫນັງ, ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ສອງ​ສົ້ນ.  ກ່າວ​ຄຳ​ເກັນ​ທີ່​​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ບຸ​ນກາຣີ Plamen Oreshaski ​ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ສຳລັບ ບຸ​ນກາຣີ. ​ເວທີ​ປາ​ໄສ​ນີ້ ​ແມ່ນ​ໂອກາດ​ເພື່ອ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ​​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກວ່າ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ