ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ຮັບ​ໄຊ​ຊະ​ Peatongtarn Shinawatra - ຂົວ​ຕໍ່​ລຸ້ນຄົນ​ຕ່າງໆ​ຊຸກ​ຍູ້ ໄທ ພັດ​ທະ​ນາ

(VOVWORLD) -     ຕອນບ່າຍວັນທີ 16 ສິງຫາ, ທ່ານປະທານສະພາຜູ້ແທນລາດຊະດອນ ໄທ, Wan Noor ໄດ້ຍືນໃບສະເໜີ ທ່ານນາງ Paetongtarn Shinawatra ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນທີ 31 ຂອງ ໄທ ເພື່ອຂໍການຮັບຮອງຈາກ ພະບໍລົມວົງສານຸວົງ, ດ້ວຍແຜນການຈະຈັດພິທີມອບ - ຮັບໜັງສືໃຫ້ສັດຕະຍາບັນຈາກ ພະບໍລົມວົງສານຸວົງ ໃນວັນທີ 18 ສິງຫາ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ຮັບ​ໄຊ​ຊະ​ Peatongtarn Shinawatra - ຂົວ​ຕໍ່​ລຸ້ນຄົນ​ຕ່າງໆ​ຊຸກ​ຍູ້ ໄທ ພັດ​ທະ​ນາ - ảnh 1ທ່ານນາງນາຍົກລັດຖະມົນຕີຜູ້ຮັບໄຊຊະ Peatongtarn Shinawatra - ຂົວຕໍ່ລຸ້ນຄົນຕ່າງໆຊຸກຍູ້ ໄທ ພັດທະນາ (ພາບ: Thairath)

ກ່ອນໜ້ານັ້ນ, ເມື່ອກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວ ພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນນາຍົກລັດຖະມົນຕີ ໄທ ໃນຕອນບ່າຍວັນທີ 16 ສິງຫາ, ທ່ານນາງ Paetongtarn Shinawatra ຢັ້ງຢືນວ່າ ຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນໃນບົດບາດໃໝ່ ເພື່ອປົວແປງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຫຼາຍກວ່າອີກ ແລະ ມອບສິດໃຫ້ແກ່ປະຊາຊົນ ໄທ ທຸກຄົນ.      

        ດ້ວຍຈຳນວນບັດສະໜັບສະໜູນ 319 ບັດ, ບັດຄ້ານ 145 ບັດ ແລະ ບັດຂາວ 27 ບັດ ໃນຈຳນວນບັດເລືອກຕັ້ງທັງໝົດ 491 ບັດ, ທ່ານນາງ Paetongtarn ໄດ້ກາຍເປັນນາຍົກລັດຖະມົນຕີເພດຍິງຄົນທີ 2 ໃນປະຫວັດສາດຂອງ ໄທ ແລະ ແມ່ນສະມາຊິກຄົນທີ 3 ໃນຄອບຄົວ Shinawatra ຮັບດຳລົງຕໍາແໜ່ງດັ່ງກ່າວ.

        ຫາງສຽງ ໄທ ໄດ້ມີການຕີລາຄາຢ່າງຕັ້ງໜ້າກ່ຽວກັບເລື່ອງ ທ່ານນາງ Paetongtarn ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ, ໂດຍຖືວ່າ ທ່ານນາງ Paetongtarn ດ້ວຍອາຍຸທີ່ຍັງໜຸ່ມ ແລະ ການຊ່ວຍເຫຼືອຂອງຖັນແຖວຊ່ວຍວຽກທີ່ມີປະສົບການຊຳນານງານນັ້ນ, ສາມາດຊ່ວຍສ້າງສາຍສຳພັນລະຫວ່າງຄົນລຸ້ນໜຸ່ມ ກັບລຸ້ນເກົ່າ ຢູ່ ໄທ.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ