ນາຍົກລັດຖະມົນຕີລາວຢ້ຽມຢາມແລະເຮັດວຽກຢູ່ແຂວງເຊີນລາ

ນາຍົກລັດຖະມົນຕີລາວຢ້ຽມຢາມແລະເຮັດວຽກຢູ່ແຂວງເຊີນລາ - ảnh 1
ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ ທອງ​ສິງ ທຳ​ມະ​ວົງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເຊີນ​ລາ

(vovworld)-​ວັນ​ທີ 16/7, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ ທອງ​ສິງ ທຳ​ມະ​ວົງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເຊີນ​ລາ, ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ຂອງ ເຊີນ​ລາ ກ​ັບ​ບັນ​ດາ​ແຂວງ​ພາກ​ເຫນືອ​ຂອງ​ລາວ. ທີ່​ການ​ເຮັດ​ວຽກ, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ ທອງ​ສິງ ທຳ​ມະ​ວົງ ຕີ​ລາ​ຄາ​ສູງ​​​ມາດ​ຕະ​ການດີ​ເດັ່ນ​ຂອງ​ແຂວງ​ເຊີນ​ລາໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ລົບ​ລ້າງ​ຄວາມ​ອຶດ ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ເປັນ​ຕົ້ນ​ແມ່ນ​ການ​ຈັດ​ຕັ້ງ ແລະ ທະ​ວີ​ຄູນ​ບັນ​ດາ​ຮູບ​ແບບ​ໝູນ​ໃຊ້​ຄວາມ​ກ້າວ​ຫນ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ ການ​ຜະ​ລິດ​ກະ​ສິ​ກຳ ນຳ​ມ​າ​ເຊິ່ງ​ປະ​ສິດ​ທິ​ຜົນ​ສູງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ ທຳ​ມະ​ວົງ  ຮັບ​ຮູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງ​ແຂວງ ເຊີນ​ລາ ກັບ​ບັນ​ດາ​ແຂວງ​ພາກ​ເຫ​ນືອ​ຂອງ​ລາວ, ປະ​ກອບ​ສ່ວນ​ຮັດ​ແຫ​ນ້ນ​​ຄວາມ​ສາ​ມັກ​ຄີ​​ອ້າຍ​ນ້ອງ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບລະ​ຫວ່າງ​ລາວ ຫວຽດ​ນາມ​ເວົ້າ​ລວມ ແລະ ບັນ​ດາ​ແຂວງ ພາກ​ເຫ​ນືອ​ຂອງ​ລາວ ແລະ ແຂວງ ເຊີນ​ລາ​ເວົ້າ​ສະ​ເພາະ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ ທຳ​ມະ​ວົງ   ປາດ​ຖະ​ຫ​ນາ​ຢາກ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ແຂວງ​ເຊີນ​ລາ ​ບໍ່​ພ​ຽງ​ແຕ່ສືບ​ຕໍ່​ເອົາ​ໃຈ​ໃສ່​ລົງ​ທຶນ​ເທົ່າ​ນັ້​ນ ຫາກ​ຍັງ​ເອົາ​ໃຈ​ໃສ່​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ເຕັກ​ນິກ​ທີ່​ກ້າວ​ຫ​ນ້າ, ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ລາວ​ມີ​ບົດ​ຮຽນ​ຕື່ມ​ອີກ​ໃນ​ຂົງ​ເຂດ​ລົງ​ທຶນກໍ່​ສ້າງ, ຜ່ານນັ້ນ ປະ​ກອບ​ສ່ວນ​ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ໃຫ້​ພັດ​ທະ​ນາ​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ