ນາຍົກລັດຖະມົນຕີຫງວຽນຊວນຟຸກຕີລາຄາສູງການພົວພັນຮ່ວມມືທາງດ້ານວິທະຍາສາດເຕັກໂນໂລຢີລະຫວ່າງຫວຽດນາມ-ກູບາ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕີລາຄາສູງການພົວພັນຮ່ວມມືທາງດ້ານວິທະຍາສາດເຕັກໂນໂລຢີລະຫວ່າງຫວຽດນາມ-ກູບາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
​ຕ້ອນຮັບ​ທ່ານ​ນາງ Elba Rosa Perez Montoya
(ພາບ: TTXVN)

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 31/05, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Elba Rosa Perez Montoya ລັດຖະມົນຕີ​ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ ກູ​ບາ ພວມ​ມີ​ ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແລະ ທ່ານ Herminio Lopez Diaz ​ເອກ​ອັກຄະ​ລັດຖະທູດກູ​ບາ ປະຈຳ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ກູ​ບາ ​ໃນ​ຂົງ​ເຂດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ໂດຍ​ຜ່ານ​ການ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ຄົ້ນຄວ້າ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີຊີວະ​ວິທະຍາ, ກະສິກຳ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ການ​ນຳ​ຂັ້ນ​ສູງ, ບັນດາ​ກະຊວງ​ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ 2 ປະ​ເທດ ສືບ​ຕໍ່​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ເປັນ​ປະຈຳ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ກັນດ້ານ​ການ​ຄ້າ - ການ​ລົງທຶນ

        ທ່ານ​ນາຍົກລັດຖະມົນຕີ ກໍ່​​ໄດ້ຕີ​ລາຄາ​ສູງ​ນ້ຳ​ໃຈ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ ​​ເຂົ້າໃນ​ການ​ພັດທະນາ​ສາຍພົວພັນຄວາມ​ສາມັກຄີອ້າຍ​ນ້ອງ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ກູ​ບາ.

        ສ່ວນ​ທ່ານ​ນາງ Elba Rosa Perez Montoya ກໍ່​ຢືນຢັນ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາງ ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ຕື່ມ​ອີກ ​ໃນ​ບັນດາ​ຂົງ​ເຂດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ນາງ Elba Rosa Perez Montoya ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ ກູ​ບາ ​ໄດ້​ຮັບຮອງ​ເອົາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຮູບ​ແບບ​ພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ສິ່ງ​ແວດ​ລ້ອມ​​ເຖິງ​ປີ 2020. ນີ້​ແມ່ນ ​ເຂັມ​ຊີ້​ທິດເພື່ອ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ໃນ 2 ຂົງ​ເຂດ​ນີ້​ຂອງ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ