ບັນດານັກລົງທຶນຕ່າງປະເທດເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: thanhnien.vn)
|
(vovworld) - ຕອນບ່າຍວັນທີ 19/9, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນນະຄອນ ຫາຍຟ່ອງ ປີ 2016 ດ້ວຍຫົວຂໍ້ “ຫາຍຟ່ອງ - ຈຸດນັດພົບຂອງບັນດານັກລົງທຶນ” ດ້ວຍການເຂົ້າຮ່ວມຂອງວິສາຫະກິດ, ນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດເກືອບ 200 ແຫ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຜົນງານພິເສດຂອງ ຫາຍຟ່ອງ ໃນການດຶງດູດການລົງທຶນ. ທ່ານ ຫງວຽນຊວນຟຸກ ຫວັງວ່າບັນດານັກລົງທຶນຜັນຂະຫຍາຍການທຳມາຫາກິນຢູ່ ຫາຍຟ່ອງ ແລະ ໃນທົ່ວປະເທດ, ປະຕິບັດການປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ:
“ລັດຖະບານປາດຖະໜາວ່ານອກຈາກເລື່ອງບັນດານັກລົງທຶນຖືການພັດທະນາເສດຖະກິດຢ່າງມີປະສິດທິຜົນເປັນສຳຄັນ ຄວນເອົາໃຈໃສ່ເຖິງສິ່ງແວດລ້ອມເພື່ອພັດທະນາແບບຍືນຍົງ, ຂ້າພະເຈົ້າຫວັງວ່າ ບັນດານັກລົງທຶນຈົ່ງລົງທຶນເຂົ້າຫາຍຟ່ອງ, ເຂົ້າ ຫວຽດນາມ ບັນດາເຕັກໂນໂລຢີ, ອຸປະກອນທັນສະໄໝ, ຮັບປະກັນສິ່ງແວດລ້ອມໃຫ້ແກ່ປະຊາຊົນ ແລະ ນະຄອນຂອງພວກເຮົາ.”