ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມອາຊຽນ 28 – 29 ຢູ່ລາວ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມອາຊຽນ 28 – 29 ຢູ່ລາວ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ
ໄດ້​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ ວັດ​ໄຕ)

(vovworld) – ​​ຕອນທ່ຽວວັນ​ທີ 06/09, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ພ້ອມ​​ດ້ວຍພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູ​ງ​​ລັດ​ຖະ​ບານຫວຽດ​ນາມ ໄດ້​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ ວັດ​ໄຕ, ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ. ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 28 – 29 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ ຕາມ​ຄຳ​ເຊີນ​ຂອງ​ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ທອງ​ລຸນ ສີ​ສຸ​ລິດ.

        ກອງ​ປະ​ຊຸມ​ອາ​ຊຽນ ຄັ້ງ​ທີ 28 – 29 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ ຖ​ືກ​ໄຂ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 06 – 08/09, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 10 ປະ​ເທດ​ອາ​ຊຽນ, ຈີນ, ຍີ່​ປຸ່ນ, ສ.ເກົາ​ຫຼີ, ອາ​ເມ​ລິ​ກາ, ລັດ​ເຊຍ, ອິນ​ເດຍ, ອົດ​ສະ​ຕາ​ລີ, ນິວ​ຊີ​ແລນ ແລະ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ. ດ້ວ​ຍ​ຫົວ​ຂໍ້​ວ່າ “​ຫັນວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ​ ເພື່ອ​ຄວາມ​ເຂັ້ມ​ແຂງ​ຂ​ອງປະ​ຊາ​ຄົມ​ອາ​ຊຽນ”, ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ​້​ການ​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ບັນ​ດາ​ປະ​ເທ​ດ​ຄູ່​ຮ່ວມ​ມື​ແລກ​ປ່ຽນ, ປຶກ​ສາ​ຫາ​ລື ເພື່ອ​ແນ​ໃສ່​ຊຸກ​ຍູ​້​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃໝ່, ມີ​ປະ​ສິດ​ທິ​ຜົນ​ກວ່າ ພາຍ​ຫຼັງ​ປະ​ຊາ​ຄົມ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 31/12/2015.

ຂ່າວ/ບົດ​ອື່ນ