ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດອາຊີ-ເອີລົບ(ASEM11)

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດອາຊີ-ເອີລົບ(ASEM11) - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ຄະນະ​ຜູ້​ແທນ​
ຂັ້ນ​ສູງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາຊີ - ​ເອີ​ລົບ (ASEM) ຄັ້ງ​ທີ 11

(vovworld) - ​​​ໃນ​ຕອນ​ເຊົ້າ​ວັນ​ທີ 15/07 ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາຊີ - ​ເອີ​ລົບ (ASEM) ຄັ້ງ​ທີ 11 ທີ່ດຳ​ເນີນ​ຢູ່ Ulan Bator ມົງ​ໂກນ​ ໃນລະຫວ່າງ​ວັນ​ທີ 15 – 16/07/2016. ດ້ວຍ​ຫົວ​ຂໍ້​ວ່າ “20 ປີ ASEM: ການ​ພົວພັນ​ຄູ່​ຮ່ວມ​ມື ​ເພື່ອ​ອະນາຄົດ​ໂດຍ​ຜ່ານ​ການ​ເຊື່ອມ​ຕໍ່”. ກອງ​ປະຊຸມ​ສຸດ​ຍອດ ASEM 11 ​ໄດ້​​ເປັນຂີດ​ໝາຍ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ​ໃນ​ນັ້ນ ຈະ​ຕີ​ລາຄາ 2 ທົດ​ສະ​ວັດ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ກຳນົດທິດ​ການ​ຮ່ວມ​ມື​ກໍ່​ຄື​ການ​ເຊື່ອ​ມຕໍ່ ອາຊີ - ​ເອີ​ລົບ.

ພາຍຫລັງ 2 ທົດ​ສະ​ວັດ​​ເຂົ້າ​ຮ່ວມ  ​ ASEM, ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ສະມາຊິກ​ຕັ້ງ​ໜ້າ​ຂອງ​ເວທີ​ປາ​ໄສ. ມາ​ຮອດ​ປະຈຸ​ບັນ ຫວຽດນາມ ​ໄດ້​ສະ​ເໜີ 22 ຂໍ້​ລິ​ເລີ່​ມ ​ແລະ ຮ່ວມ​ອຸປະ​ຖຳ 25 ຂໍ້​ລິ​ເລີ່​ມ, ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ຕັ້ງໜ້າ​ທີ່​ສຸດ​ຂອງ ASEM. ປີ 2016 ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ASEM ດ້ວຍ​ຈຸດ​ພົ້ນ​ເດັ່ນ​ສຳຄັນ​ຫລາຍ​ຢ່າງ. ​ໃນ​ນັ້ນມີ “ກອ​ງປະຊຸມ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື ອາຊີ - ​ເອີ​ລົບ ຮອບດ້ານ​ໃນ​ສະຕະ​ວັດ 21” ທີ່​ຫາ​ກໍ່​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ​ໃນ​ວັນ​ທີ 20/04/2016; ສະ​ເໜີ​ທິດ​ທາງ​ແກ້​ໄຂ​ໃຫ້ການ​ເປີດ​ກ້ວາງ ASEM ​ເປັນ 2 ຄັ້ງ ​ແລະ ພ້ອມ​ກັບ​ບັນດາ​ສະມາຊິກ​ຮັບຮອງ​ເອົາ​ເອກະສານ​ຫລາຍ​ສະບັບ ​ແລະ ມີ​ການຕັດສິນ​ສຳຄັນ​ທີ່​ມີ​ລັກສະນະ​ກຳນົດ​ທິດ​ໃນ​ວິວັດ​ຖະນາ​ການ​ຮ່ວມ​ມື ASEM ຄື: ຖະ​ແຫຼ​ງການ ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດ​ຖະກິດ ASEM ​​ແໜ້ນ​ແຟ້ນກ່ວາ.

        ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ ອາຊີ - ​ເອີ​ລົບ ຄັ້ງ​ທີ 11 ຢູ່​ນະຄອນຫລວງ Ulan Bator ​ມົງ​ໂກນ ​ແມ່ນ​ກາລະ​ໂອກາດ​ຊ່ວຍ​ໃຫ້ ຫວຽດນາມ ສືບ​ຕໍ່​ຕັ້ງໜ້າ​ຜັນ​ຂະ​ຫຍາ​ຍນະ​ໂຍບາຍ​ການ​ຕ່າງປະ​ເທດ​​ຫລາຍ​ຝ່າຍ, ຫລາ​ຍຮູບ​ຫລາຍ​ແບບຢ່າງ​ແຮງ; ຊຸກ​ຍູ້​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຫລາຍ​ຢ່າງ ​​ເຊິ່ງ ຫວຽດນາມ ນຳ​ໜ້າລິ​ເລີ່​ມ​ໃນ ASEM…ການ​​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ ຫວຽດນາມ ​ແລະ ບັນດາ​ສະມາຊິກ​ອື່ນໆ​ໃນ ASEM ​ໄດ້, ພວມ ​ແລະ ຈະ​ຍູ້​ແຮງ​ການ​​ເຊື່ອມ​ຕໍ່​ລະຫວ່າງ 2 ພາກ​ພື້ນ ອາຊີ - ​ເອີ​ລົບ; ຊຸກຍູ້​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ສະຖຽນ​ລະ​ພາບ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໂລກ.

 

ຂ່າວ/ບົດ​ອື່ນ