ນາຍົກລັດຖະມົນຕີຫງວຽນຊວນຟຸກໄປກຳປູເຈຍເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ຂອງ-ລ້ານຊ້າງຄັ້ງທີ2

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ Samdech Techo Hunsen, ຕອນເຊົ້າວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ, ໄປນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສຸດຍອດການຮ່ວມມືແມ່ຂອງ - ລ້ານຊ້າງ ຄັ້ງທີ 2.

ນາຍົກລັດຖະມົນຕີຫງວຽນຊວນຟຸກໄປກຳປູເຈຍເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ຂອງ-ລ້ານຊ້າງຄັ້ງທີ2 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບປະກອບ: zing.vn)

 ນີ້ແມ່ນກອງປະຊຸມມີລັກສະນະປະຈຳໄລຍະ 2 ປີເທື່ອໜຶ່ງ ດ້ວຍການຜັດປ່ຽນກັນຈັດຕັ້ງລະຫວ່າງບັນດາປະເທດສະມາຊິກ. ກອງປະຊຸມຄັ້ງນີ້ໂດຍກຳປູເຈຍ ແລະ ຈີນ ເປັນເຈົ້າການຈັດຕັ້ງຂຶ້ນ. ຄາດໝາຍກວມລວມຂອງການຮ່ວມມືແມ່ຂອງ - ລ້ານຊ້າງ ແມ່ນຊຸກຍູ້ການຮ່ວມມືຮອບດ້ານ ເພື່ອສ້າງປະຊາຄົມມີຄວາມຮັບຜິດຊອບ ແລະ ເພື່ອຜົນປະໂຫຍດລວມຂອງອະນຸພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ