ນາຍົກລັດຖະມົນຕີຫງວຽນເຕີນຢູງ:ຍູ້ແຮງການເຊື່ອມໂຍງສາກົນຢ່າງຮອບດ້ານ

ນາຍົກລັດຖະມົນຕີຫງວຽນເຕີນຢູງ:ຍູ້ແຮງການເຊື່ອມໂຍງສາກົນຢ່າງຮອບດ້ານ - ảnh 1
ກອງປະຊຸມ​ຄົບ​ຄະນະ, ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນປີ 2015
(ພາບ: dantri.com.vn)

(vovworld) - ​ ​ໃນ​​ບົດສະຫຼຸບ​ທີ່​ກອງປະຊຸມ​ຄົບ​ຄະນະ, ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນປີ 2015, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ຫົວໜ້າ​ຄະນະ​ຊີ້​ນຳ​ໄດ້​ຮຽກ​ຮ້ອງວ່າ: ​ໃນ​ສະພາບ​ໂລກາ​ພິວັດ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນຂ່າວສານ, ການ​ຄ້າ​ເອ​ເລກ​​ໂຕນິກ​ໄດ້​ຮັບ​ການພັດທະນາ​​ຢ່າງແຮງ, ຄວນ​ເປັນເຈົ້າການ​ທ່ວງທັນທ່າ​ອ່ຽງລວມ, ຍູ້​ແຮງ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນ​ໃນ​ທຸກຂົງ​ເຂດ​ຢ່າງ​ຮອບດ້ານ. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ ໃນ​ປີ 2015, ບັນດາ​ຄະນະ​ຊີ້​ນຳລະຫວ່າງ​ຂະ​ແໜງຕ້ອງຮີບ​ເຮ່ັງຈັດ​ຕັ້ງ​ບຸກຄະລາ​ກອນ​ໃຫ້​ສຳ​ເລັດ, ບັນດາ​ອົງການ​ຊ່ວຍ​ວຽກ ​ເພື່ອ​ປະຕິບັດ​​ບົດບາດ​ໜ້າ​ທີ່ທີ່​ໄດ້​ຮັບມອບ​ໝາຍ; ​ສ້າ​ງ ​ແລະ ຮັບປະກັນ​ການປະຕິບັດກົນ​ໄກ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ​ເປັນ​ເອກະ​ພາບກັບ​ລະຫວ່າງ​ບັນດາ​ຄະນະ​ຊີ້​ນຳລະຫວ່າງ​ຂະ​ແໜງ, ​ອົງການ​ຊ່ວຍ​ວຽກຄະນະຊີ້ນຳ​ແຫ່ງ​ຊາດ ​ແລະ ບັນດາ​ຄະນະ​ຊີ້ນຳລະຫວ່າງ​ຂະ​ແໜງ, ອົງການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ການ​ຜັນ​ຂະຫຍາຍບັນດາ​ໜ້າ​ທີ່ທີ່ໄດ້​ຮັບ​ມອບ​ໝາຍ​ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນ. ທ່ານ​ນາຍົກລັດຖະມົນຕີ ກໍ່​ຊີ້​ນຳ​ຄະນະເຈລະຈາ​ລັດຖະບານ​ ກ່ຽວ​ກັບ​ເສດຖະກິດ ​ແລະ ການ​ຄ້າ​ສາກົນ​ ສົມທົບ​ກັບ​ບັນດາ​ອົງການ​​ທີ່​ກ່ຽວຂ້ອງ ຍູ້​​​​ໄວ​​ຄວາມ​ຄືບ​ໜ້າ​ໃນ​ການເຈລະຈາ​ບັນ​ດາ​ສັນຍາ​ການ​ຄ້າ​ເສລີ FTA, ລວມທັງ​ບັນດາ​ສັນຍາຄື: ຫວຽດນາມ - EU, ຫວຽດນາມ - ​ສ.ເກົາ​ຫຼີ, ຫວຽດນາມ - ສະຫະພັນ​ເສດຖະກິດ ອາຊີ - ​ເອີ​ລົບ, ຫວຽດນາມ -  ສະຫະສະມາຄົມ​ການ​ຄ້າ​ເສລີອາຊີ EFTA. ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ກົນ​ໄກ​ຮ່ວມ​ມື​ດ້ານເສດຖະກິດ ອາ​ຊຽນ ຢ່າງ​ຄົບ​ຖ້ວນ ​ແລະ ​ເລິກເຊີ່ງ​ກວ່າ​ອີກ​ ​ຜ່ານບັນດາ​ກອງ​ປະຊຸມ​ທຸກ​ຂັ້ນເພື່ອ​ແນ​ໃສ່​ມານະ​ພະຍາຍາມ​ປະຕິບັດຄາດໝາຍ​ສ້າງ​ຕັ້ງປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໃນ​ທ້າຍປີ 2015.


ຂ່າວ/ບົດ​ອື່ນ