ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີວ່າການກະຊວງການຕ່າງປະເທດບຣາຊີນ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີວ່າການກະຊວງການຕ່າງປະເທດບຣາຊີນ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີວ່າ
ການກະຊວງການຕ່າງປະເທດບຣາຊີນ
(ພາບ: infonet.vn)

(vovworld) – ​ຕອນ​ບ່າຍ​ວັນ​ທີ 27/7, ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຣາຊີ​ນ Mauro Luiz Vieira ພວມ​ຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ ບຣາຊີ​ນ ​ມານະ​ພະຍາຍາມ​ຊຸກຍູ້​​ການ​ພົວພັນ​ຮ່ວມ​ມືຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ 2 ປະ​ເທດ​ໃນທຸກ​​ຂົງ​ເຂດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ. ທ່ານ​ນາຍົກລັດຖະມົນ​ຕີ ​ເນັ້ນ​ໜັກ​ວ່າ: ການ​ນຳ ຫວຽດນາມ ຊົມ​ເຊີຍ​ການ​ຢ້ຽມຢາມ ຫວຽດນາມ ຂອງທ່ານ​ປະທານາທິບໍດີ ບຣາຊີ​ນ Dilma Rousseff ​ໃນ​ທ້າຍ​ປີ​ນີ້, ຄຽງ​ຂ້າງ​ນັ້ນ, 2 ຝ່າ​ຍຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກພິ​ເສດ​ແມ່ນ ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ.

              ​ສ່ວນ​ທ່ານ Mauro Luiz Vieira ​ໄດ້ແຈ້ງ​ໝາກຜົນຂອງການ​ພົບ​ປະເຈລະຈາກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ່​ງມິ​ງ, ທ່ານ Mauro Luiz Vieira ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ເຫັນ​ດີ​ເຫັນ​ພ້ອມ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ໃນ​ທຸກ​​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ.​ໃນ​ນັ້ນ ບຣາຊີ​ນ ຈະ​ຮັບຮອງ ຫວຽດນາມ ​​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ໂດຍ​ໄວ; ຕັ້ງໜ້າ​ເຈລະຈາ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ການ​ລົງທຶນ; ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຈາກ 3 ຕື້ USD ​ໃນ​ປີ 2014 ຂຶ້ນ​ເຖິງ 10 ຕື້ USD​ ໃນ​ປີ 2020.

​ແທ່ງ​ຈຸ​ງ, ນັກ​ຂ່າວ VOV ຫວຽດນາມ

ຂ່າວ/ບົດ​ອື່ນ