ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຕ້ອນຮັບເອກອັກຄະລັດຖະທູດ ເຢຍລະມັນ


ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຕ້ອນຮັບເອກອັກຄະລັດຖະທູດ ເຢຍລະມັນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ​ປະ​ຈຳ​ຫວຽດ​ນາມ Jutta Frasch ເຂົ້າ​ຢ້ຽມ​ອຳ​ລາ

(vovworld)- ຕອນ​ບ່າຍ​ວັນ​ທີ 3/8, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ​ປະ​ຈຳ​ຫວຽດ​ນາມ Jutta Frasch ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ເຢັຍ​ລະ​ມັນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ໃນ​ຂົງ​ເຂດ​ຕ່າງໆ.

         ສ່ວນທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ​ປະ​ຈຳ​ຫວຽດ​ນາມ Jutta Frasch ໃຫ້​ຮູ້​ວ່າ ເຢັຍ​ລະ​ມັນ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ກໍ​ຄື​ຍາມ​ໃດ​ກໍ​ສະ​ໜັບ​ສະ​ໜູນຫວຽດ​ນາມ​ເພີ່ມ​ທະ​ວີ ແລະ ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ EU.

 

ຂ່າວ/ບົດ​ອື່ນ