ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ
(ພາບ: VGP)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Tun Abdul Razak, ວັນທີ 20/11, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 27 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ເຊິ່ງຈັດຕັ້ງຢູ່ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງນີ້ ເພື່ອແນໃສ່ສືບຕໍ່ປະຕິບັດທິດທາງການພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງເພື່ອສັນຕິພາບ, ການຮ່ວມມື, ພັດທະນາ, ຫັນເປັນຫລາຍຝ່າຍ, ຫລາຍຮູບຫລາຍແບບກັບສາກົນ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຊຸກຍູ້ ອາຊຽນ ຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກ່ວາອີກ, ພ້ອມທັງ ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ ກໍຄືບົດບາດສຳຄັນຂອງ ອາຊຽນ ໃນການຮັບປະກັນສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.