ນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງເຂົ້າຮ່ວມພິທີເປີດສະຫຼອງໂຮງງານໄຟຟ້າພະລັງຄວາມຮ້ອນ
(ພິທີເປີດສະຫຼອງໂຮງງານໄຟຟ້າພະລັງຄວາມຮ້ອນ)
(vovworld) - ຕອນເຊົ້າວັນທີ 17/9, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພ້ອມກັບຄະນະປະຕິບັດງານລັດຖະບານ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງງານໄຟຟ້າພະລັງຄວາມຮ້ອນ ຫວຸງອ໋າງ 1 ຢູ່ຕາແສງ ກີ່ເລີ້ຍ, ເມືອງ ກີ່ແອງ, ແຂວງ ຮ່າຕິ໋ງ. ນີ້ແມ່ນໂຄງການມີຍອດຈຳນວນທຶນເກືອບ 1,25 ຕື້ USD. ນີ້ແມ່ນໂຮງງານໄຟຟ້າພະລັງຄວາມຮ້ອນໃຫຍ່ສຸດຢູ່ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ. ກ່າວຄວາມເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຖືວ່າ: ການນຳໂຮງງານໄຟຟ້າພະລັງຄວາມຮ້ອນ ຫວຸງອ໋າງ 1ເຂົ້າເຄື່ອນໄຫວ ເປັນການຢືນຢັນແຜນນະໂຍບາຍຖືກຕ້ອງຂອງຫວຽດນາມ ແມ່ນສົ່ງເສີມການລົງທຶນຕ່າງປະເທດ ແຕ່ຕ້ອງເສີມຂະຫຍາຍກຳລັງພາຍໃນຢ່າງແຮງ ບົນເສັ້ນທາງຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ສະເໜີແຂວງ ຮ່າຕິ້ງເສີມຂະຫຍາຍປະສິດທິຜົນ, ກຳລັງຄວາມສາມາດ, ທ່າສະດວກຂອງເຂດເສດຖະກິດ ຫວຸງອ໋າງ. ເຮັດໃຫ້ ຫວຸງອ໋າງ ກາຍເປັນເຂດເສດຖະກິດພື້ນຖານໃນເຂດທິດເໜືອພາກກາງ, ປະກອບສ່ວນພ້ອມກັບທົ່ວປະເທດ ຍູ້ໄວວິວັດການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.