ນາຍົກລັດຖະມົນຕີອັງກິດໝັ້ນໝາຍຮັດແຄບຊ່ອງຫວ່າງການເຕີບໂຕລະຫວ່າງພາກເຫນືອ-ໃຕ້ຂອງອັງກິດ

ນາຍົກລັດຖະມົນຕີອັງກິດໝັ້ນໝາຍຮັດແຄບຊ່ອງຫວ່າງການເຕີບໂຕລະຫວ່າງພາກເຫນືອ-ໃຕ້ຂອງອັງກິດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron
ພາບ:tinmoi.com
(vovworld)- ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ດຶງ​ດູດ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ບັນ​ດາ​ແຂວງ​ທຸກ​ຍາກກວ່າ​ໝູ່​ຢູ່​ພາກ​ເຫນືອ ອັງ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ໝັ້ນ​ໝາຍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ເຕີບ​ໂຕ​ລະ​ຫວ່າງ​ພາກ​ເຫນືອ​ກັບ​ພາກ​ໃຕ້​ຂອງ​ອັງ​ກິດ. ກ່າວ​ຄຳ​ເຫັນ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່ Yorkshire ພາກ​ເຫນືອ ຂອງ​ອັງ​ກິດ ເມື່ອ​ວັນ​ທີ 1/5, ທ່ານ Cameron ຖະ​ແຫລງວ່າ: ເຂດນີ້​ໃກ້​ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ເສດ​ຖະ​ກິດ​ “ຟົດ​ຟື້ນ​ທີ່​ສຸດ” ນັບ​ແຕ່​ເມື່ອ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຖ້າ​ຫາກ​ພັກ​ຂອງ​ທ່ານ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 7/5 ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Cameron ແລະ ລັດ​ຖະ​ມົນ​ຕີ ການ​ເງິນ ອັງ​ກິດ George Osborne ໝັ້​ນ​ໝາຍ ກະ​ຕຸ​ກ​ຊຸກ​ຍູ້​ການ​ເຕີບ​ໂຕ​ຢູ່​ເຂດນີ້, ໃນ​ນັ້ນ ຕັ້ງ​ຫນ້າ​ໂຄ​ສະ​ນາ​ແຜນ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ, ລົງ​ທຶນ​ເຂົ້າ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ກໍ​ຄ​ື​ມອບ​ສິດ​ອຳ​ນາດ​ເສດ​ຖະ​ກິດ​ໃຫ້​ແກ່​ປະ​ຊາ​ຊົມ​ທ້ອງ​ຖິ່ນ.
ຂ່າວ/ບົດ​ອື່ນ