ນາຍົກລັດຖະມົນຕີອອກຄຳສັ່ງຊີ້ນຳຍູ້ແຮງການກໍ່ສ້າງຊົນນະບົດໃໝ່

ນາຍົກລັດຖະມົນຕີອອກຄຳສັ່ງຊີ້ນຳຍູ້ແຮງການກໍ່ສ້າງຊົນນະບົດໃໝ່ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ)

(vovworld) - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫາກໍ່​ອອກ​ຄຳ​ສັ່ງ​ຊີ້​ນຳຍູ້​ແຮງ​ການ​ປະ​ຕິ​ບັດ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໄລ​ຍະ 2016 – 2020 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໝັ້ນ​ຄົງ​​ຍາວ​ນານ. ເພື່ອ​ເພີ່ມ​ທະ​ວີ​​ຜົນ​ສັກ​ສິດ, ປະ​ສິດທິ​ຜົນ, ໝັ້​ນ​ຄົງ​ຍາວ​ນານກ່ຽວ​ກັບ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຂ​ຶ້ນ​ກັບ​ສູນ​ກາງ ຮີບ​ເຮັ່ງ​ສຸມ​ໃສ່​ຊີ້​ນຳ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ​້​ກ່ຽວ​ກັບ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງທຸກ​ຂັ້ນ ແລະ ທັງ​ລະ​ບົບ​ການ​ເມືອງ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ພ້ອມ​ທັງ​ກວດກ​າ​ຄືນ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ