ນາຍົກລັດຖະມົນຕີເຊັນອະນຸມັດແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່

ນາຍົກລັດຖະມົນຕີເຊັນອະນຸມັດແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
ພາບປະກອບ: internet


 (vovword) - ຈຸດໝາຍ​ຂອງ​ແຜນ​ຮ່າງ ນັ້ນ​ແມ່ນ​ເຮັດ​ໃຫ້​ລັດ​ວິ​ສາ​ຫະກິດ​ມີ​ໂຄງ​ປະກອບຢ່າງ​ເໝາະ​ສົມ​ກວ່າ, ສຸມ​ໃສ່​ເຂົ້າ​ໃນ​ຂະ​ແຫນງ​ການ, ຂົງ​ເຂດ​ຫລັກ​ແຫ​ລ່ງ, ສະຫນອງ​ຜະລິດ​ຕະພັນ, ບໍລິການ​ທີ່​ມີ​ປະ​ໂຫຍດ​ຕໍ່​ສັງຄົມ ​ແລະ ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເປັນ​ພື້ນຖານ​ເພື່ອ​ໃຫ້​ເສດຖະກິດ​​ແຫ່ງ​ລັດ​ປະຕິບັດ​ບົດບາດ​ຫລັກ​ແຫ​ລ່ງ, ​ເປັນ​ກຳລັງ​ທາງ​ດ້ານ​ວັດຖຸ​ສຳຄັນ​ເພື່ອ​ໃຫ້​ລັດ​ມີ​ການ​ກຳນົດ​ທິດ, ບໍລິຫານ​ພື້ນຖານ​ເສດຖະກິດ ​ແລະ ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ຄຽງ​ຄູ່​ກັນ​ນັ້ນ ການ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່ ​​ແນ​ໃສ່ຍົກ​ສູງກຳລັງ​ແກ້​ງ​ແຍ້​ງ, ອັດຕາ​ສ່ວນ​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ, ສຳ​ເລັດ​ຫນ້າ​ທີ່​ການ​ຜະລິດ, ສະຫນອງ​ບັນດາ​ຜະລິດ​ຕະພັນ, ບໍລິການທີ່​ມີ​ປະ​ໂຫຍ​ດຕໍ່​ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ສຳລັບ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍ​ດຕໍ່​ສັງຄົມ. ​ການ​ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​​ແຫ່ງ​ລັດຄືນ​ໃຫມ່ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງຮອບດ້ານ​ຈາກ​ຮ່າງ​ໂຄງ​ປະກອບ​ການຈັດ​ຕັ້ງ,ການ​ຄຸ້ມ​ຄອງ,​ແຫ​ລ່ງ

ຊັບພະຍາກອນ​ມະນຸດ, ຮູບ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຍຸດ​ທະ​ສາດ​ພັດທະນາ, ການ​ລົງທຶນ​ຕະຫລອດ​ຮອດ​ຕະຫລາດ ​ແລະ ຜະລິດ​ຕະພັນ. ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ​ຄືນ​ໃຫມ່​ໃຫ້​ສອດ​ຄອ່ງກັບ​ສະພາບ​ຕົວ​ຈິງ ​ແລະ ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ຫນ້າ​ທີ່.

ຂ່າວ/ບົດ​ອື່ນ