ນາຍົກລັດຖະມົນຕີໄທຮຽກຮ້ອງການເຈລະຈາຢຸດຕິວິກິດການການເມືອງ

ນາຍົກລັດຖະມົນຕີໄທຮຽກຮ້ອງການເຈລະຈາຢຸດຕິວິກິດການການເມືອງ - ảnh 1
ທ່ານ​ນາງ​ນາ​ຍົກລັດຖະມົນຕີ ​ໄທ ຍິງ​ຣັກ ຊິນ​ນະ​ວັດ
(ພາບ: AFP/TTXVN)

(vovworld) –  ​​​ທ່ານ​ນາງ​ນາ​ຍົກລັດຖະມົນຕີ ​ໄທ ຍິງ​ຣັກ ຊິນ​ນະ​ວັດ ຖະ​ແຫຼ​ງວ່າ: ລັດຖະບານ​ກຽມພ້ອມ​​ເຈລະຈາກັບ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເພື່ອ​​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ວິ​ກິດ​ການ​ການ​ເມືອງ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້. ​ໃນ​ການ​ຕອບ​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​​ໃນ​ວັນ​ທີ 27/11, ກ່ອນ​ທີ່ເຂົ້າ​ຮ່ວມ​ການ​​ໂຕ້​ວາທີ​ບໍ່​ໄວ້​ວາງ​ໃຈ​ມື້​ທີ 2 ຢູ່​ສະພາ​ຜູ້​ແທນ​ລາດຊະ​ດອນ, ທ່ານ​ນາງ ຍິງຣັກ ຊີ້​ແຈ້ງວ່າ: “ລັດຖະບານ ​ໄທ ພວມ​ສ້າງ​ໂອກາດ​ໃຫ້​ແກ່​ການ​ເຈລະ​ຈາ. ສິ່ງ​ໃດ​ທີ່​ດີ​ສຳລັບ​ປະຊາຊົນ​ສ່ວນຫຼາຍ, ພວກ​ເຮົາ​ກໍ່​ພ້ອ​ມ​ແລ້ວ​ທີ່​ຈະຮ່ວມ​ມື”. ທ່ານ​ນາງ​ຮຽກ​ຮ້ອງ​​ໃຫ້​ທຸກໆ​ຝ່າຍ​ພ້ອມ​ກັນ​ເຈລະຈາ​ເພື່ອ​ຢຸດຕິ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ​ເຊິ່ງຕາມ​ທ່ານ​ນາງ​ແລ້ວ​ແມ່ນ​ສາຍ​ເຫດ​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ພື້ນຖາ​ນ​ເສດຖະກິດ​ໄທ. ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະຫງົບ​ພາຍ​ໃນ (ISA) ຢູ່​ທຸກໆ​ເມືອງ​ຂອງນະຄອນຫຼວງ ບັງ​ກອກ ​ແລະ ບັນດາ​ແຂວງ​ໃກ້​ຄຽງ, ລັດຖະບານ ​ໄທ ຍັງ​ຄົງ​ສະໜັບສະໜູນ​ບັນດາ​ມາດ​ຕະການ​ສັນຕິພາບ, ບໍ່​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ​ຕ້ານ​ຄືນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທີ່​ພວມ​ປິດ​ລ້ອມ ຫຼື ຄວບ​ຄຸມ​ບັນດາ​ສຳນັກງານ​ຂອງ​ລັດ.

 

ຂ່າວ/ບົດ​ອື່ນ