ນຳ​ການ​ພົວ​ພັນ​ສອງ​ອົງ​ການ​ນິ​ຕິ​ບັນ​ຍັດ ກາຍ​ເປັນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ ການພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ວັນທີ 24 ສິງຫາ, ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 24 – 30 ສິງຫາ.
ນຳ​ການ​ພົວ​ພັນ​ສອງ​ອົງ​ການ​ນິ​ຕິ​ບັນ​ຍັດ ກາຍ​ເປັນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ ການພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ - ảnh 1ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ (ພາບ: TTXVN)

ແບ່ງປັນກ່ອນການຢ້ຽມຢາມ, ທ່ານນາງ ເລທູຮ່າ ຮອງຫົວໜ້າກຳມາທິການການຕ່າງປະເທດເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ມີຄວາມໝາຍສຳຄັນ, ປະກອບສ່ວນຍົກລະດັບ, ເຮັດໃຫ້ການພົວພັນລະຫວ່າງສອງອົງການນິຕິບັນຍັດເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາອີກ, ນຳການພົວພັນນີ້ກາຍເປັນເສົາຄ້ຳສຳຄັນ ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອົດສະຕາລີ. ສ່ວນຝ່າຍອົດສະຕາລີ, ຖືວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້້ເຫັນວ່າ ອົດສະຕາລີ ມີຄວາມເອົາໃຈໃສ່, ຖືເປັນສຳຄັນການພົວພັນຂອງອົດສະຕາລີຕໍ່ ຫວຽດນາມ, ຢັ້ງຢືນຄວາມປາດຖະໜາຢາກຍູ້ແຮງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາອົດສະຕາລີ ດ້ວຍການເຄື່ອນໄຫວຫັນຂໍ້ຕົກລົງການຮ່ວມມືລະຫວ່າງສອງອົງການນິຕິບັນຍັດສອງປະເທດເປັນລະອຽດໃນໄລຍະຈະມາເຖິງ ດ້ວຍເນື້ອໃນໃໝ່ທີ່ເລິກເຊິ່ງກວ້າງຂວາງ, ຕາມທິດນັບມື້ນັບແທ້ຈິງ ແລະ ມີປະສິດທິຜົນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາສູງ ອົດສະຕາລີ Sue Lines ຈະມີການເຈລະຈາຢ່າງເປັນທາງການກັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ເຂົ້າຮ່ວມເວທີປາໄສ ຫວຽດນາມ - ອົດສະຕາລີ ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ແບ່ງປັນວິໄສທັດວັດທະນາຖາວອນ”.

ຕອບກັບ

ຂ່າວ/ບົດ​ອື່ນ