ນຳໃຊ້ກາລະໂອກາດຢ່າງສຸດຂີດຈາກການເຊື່ອມໂຍງເຂົ້າກັບສາກົນເພື່ອຍູ້ແຮງການສົ່ງອອກ

ນຳໃຊ້ກາລະໂອກາດຢ່າງສຸດຂີດຈາກການເຊື່ອມໂຍງເຂົ້າກັບສາກົນເພື່ອຍູ້ແຮງການສົ່ງອອກ - ảnh 1
(​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນຢ​ຸງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ)

(vovworld) –​ ນຳ​ໃຊ້​ກາ​ລະ​ໂ​ອກ​າດ​ຢ່າງ​ສຸດ​ຂີດ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄວາມ​ຮຽ​ກ​ຮ້ອງຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນຢ​ຸງ ​ໄດ້​ວາງ​ອອກ​ສຳ​ລັບ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ທີ່ກອງ​ປະ​ຊຸມ​ສະ​ຫຼຸບ​ວຽກ​ງານ​ປີ 2015 ແລະ ຜັນ​ຂ​ະ​ຫຍາຍ​ໜ້າ​ທີ່​ປີ 2016 ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ​້າ​ຫວຽດ​ນາມ ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 31/12, ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ​້າ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ປີ 2015 ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃນ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຕັ້ງ​ໜ້າ ເມື່ອ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ​​ສຳ​ພັນ​ທະ​ມິດ​​ອາ​ຊີ - ເອີ​ລົບ ແລະ ສ.ເກົາ​ຫຼີ, ພ້ອມ​ທັງ​ສິ​້ນ​ສຸດ​ການ​ເຈ​ລະ​ຈາ FTA ກັບ​ສະ​ຫະ​ພາບ​ເອີ​ລົບ (EU) ແລະ ສັນ​ຍາ​ການ​ຄ​້າ​ຂ້າມ​ປ​າ​ຊີ​ຟິກ (TPP). ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ທີ່​ໃຫຍ່​ຫຼວງ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ, ສ້າງ​ທີ່​ຕັ້ງ​ໃໝ່, ຄວາມ​ສະ​ດວກ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ. ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

      “ບັນ​ດາ​ສັນ​ຍາ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ພວກ​ເຮົາ​ບັນ​ລຸ​ຜົນ​ສຳ​ເລັດ, ປະ​ຈ​ຸ​ບັນ​ຕ້ອງ​ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ, ບັນ​ດາ​ວິ​ສາ​ຫ​ະ​ກິດ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຊາ​ຄົມ​ອາ​ຊຽນ, ​ກໍ​ຄືບັນ​ດາ​ຄວາມ​ສະ​ດວກ, ຄວາມ​ຫຍຸ້ງ​ຍາກ​ຂອງ FTA ແລະ TPP ກັບ​​ປະ​ເທດຕ່າງໆ. ​ເມື່ອລົງ​ນາມ​ແລ້ວ, ​ແມ່ນຕ້ອງ​ມີ​ໂຄງ​ການ​ເຄື່ອນ​ໄຫວ​ຄື​ແນວ​ໃດ, ຕ້ອງ​ລົງ​ທຶນ​ຄື​ແນວ​ໃດ, ວ​ິ​ສາ​ຫະ​ກິດ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຄື​ແນວ​ໃດ ເພື່ອ​​ບືນ​ຕົວ​ຂຶ້ນ ແລະ ​ເຊື່ອມ​ໂຍງ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ເມື່ອ​ມີ​ຄວາມ​ເຂົ້າ​ໃຈ​ແລ້ວ, ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ຈະ​ມີ​ການ​ກະ​ທຳ​ຢ່າງ​ມີ​ຫົວ​ຄິດ​ປະ​ສິດ​ສ້າງ ແລະ ມີ​ກຳ​ລັງ​ແຮງ​ພຽງ​ພໍ​ເພື່ອ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື, ແກ່ງ​ແຍງ​ໃນ​ຕະ​ຫຼາດ​ສາ​ກົນ”.

      ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍັງໃສ່​​ໃຈ​​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ສຸມ​ໃສ່​ພັດ​ທະ​ນາ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ, ຕິດ​ພັນ​ກັບ​ບັ້ນ​ຂ​ົນ​ຂວາຍ “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊົ​ມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ”, ເ​ບີກກວ້າງ​ລະ​ບົບ​ແຈກ​ຢາຍ, ສ້າງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ໃຫ້​ເໝາະ​ສົມ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ທຳ​ນຽມ​ສາ​ກົນ…

ຂ່າວ/ບົດ​ອື່ນ