ບັງກະລາເທດ: ປະຊາຄົມສາກົນສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຂາດສະຖຽນລະພາບ

(VOVWORLD) - ປັກກິງ ພວມຕິດຕາມສະພາບການຢູ່ ບັງກະລາເທດ ຢ່າງໃກ້ຊິດ ແລະ ຫວັງວ່າປະເທດນີ້ຈະຟື້ນຟູສະຖຽນລະພາບທາງສັງຄົມໂດຍໄວ.
ບັງກະລາເທດ: ປະຊາຄົມສາກົນສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຂາດສະຖຽນລະພາບ - ảnh 1ຜູ້ແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ Dhaka
(ພາບ: Reuters/ AP)

        ພາຍຫຼັງທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina, ລາອອກຈາກຕຳແໜ່ງ ແລະ ອອກຈາກ ບັງກະລາເທດ, ບັນດາເຫດຈູດເຜົາ ແລະ ລັກປຸ້ນສະດົມໄດ້ເກີດຂຶ້ນໃນທົ່ວປະເທດ.

        ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 06 ສິງຫາ, ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ, ປັກກິງ ພວມຕິດຕາມສະພາບການຢູ່ ບັງກະລາເທດ ຢ່າງໃກ້ຊິດ ແລະ ຫວັງວ່າປະເທດນີ້ຈະຟື້ນຟູສະຖຽນລະພາບທາງສັງຄົມໂດຍໄວ. ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງວ່າ, ວໍຊິງຕັນ ໄດ້ອອກຄຳສັ່ງຍົກຍ້າຍພາລະກອນລັດຖະບານທີ່ບໍ່ປະຕິບັດໜ້າທີ່ຮີບດ່ວນ ແລະ ຄອບຄົວຂອງເຂົາເຈົ້າອອກຈາກ ບັງກະລາເທດ.

        ໃນຂະນະນັ້ນ, ບັນດານັກການທູດຂອງສະຫະພາບ ເອີລົບ (ອີຢູ) ປະຈຳ ບັງກະລາເທດ ພວມສະແດງ “ຄວາມວິຕົກກັງວົນທີ່ສຸດ” ຕໍ່ບັນດາບົດລາຍການກ່ຽວກັບການເກີດການບຸກໂຈມຕີຫຼາຍຄັ້ງແນໃສ່ກຸ່ມຄົນສ່ວນໜ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ