ບິ່ງທ້ວນສູ້ຊົນກາຍເປັນ ແຂວງອຸດສາຫະກຳ ຕາມທິດທັນສະໄໝ

ບິ່ງທ້ວນສູ້ຊົນກາຍເປັນ ແຂວງອຸດສາຫະກຳ ຕາມທິດທັນສະໄໝ - ảnh 1
(ພາບ: vov)

 (vovworld)-​​​​ ​ ທີ່​ການ​ເຮັດ​ວຽກ​ລະຫວ່າງ​ກົມ​ການ​ເມືອງ ​ແລະ ການ​ນຳ​ແຂວງ​ບິ່ງ​ທ້ວນ ​ເມື່ອ​ວັນ​ທີ 2/11, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ເນັ້ນໜັກ​ວ່າ: ​ເພື່ອ​ບັນລຸ​ຈຸດໝາຍສູ້​ຊົນ​ກາຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ, ​ແຕ່​ນີ້​ຮອດ​ປີ 2020, ບິ່ງ​ທ້ວນ ຄວນ​ສືບ​ຕໍ່​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ; ມີ​ໂຄງ​ປະກອບ​ເສດຖະກິດ​ເໝາະ​ສົມ. ສ້າງ​ແຂວງ​ບິ່ງ​ທ້ວນ ​ເປັນ​ທ້ອງ​ຖິ່ນມີ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-​ສັງຄົມ​ຈຳ​ເປັນ​, ຄົບ​ຊຸດ.ທ່ານ​ເລຂາທິ ການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ເນັ້ນໜັກ​ວ່າ:

  “ບິ່ງ​ທ້ວນ​ແມ່ນ​ແຂວງ​ມີ​ທີ່​ຕັ້ງສຳຄັນ​ດ້ານ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ສຸດ​ຂອງ​ພາກ​ກາງ ​ແມ່ນ​ປະຕູ​ເພື່ອ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ​ກັບ​ບັນດາ​ແຂວງ​ໃນ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ທິດຕາ​ເວັນ​ອອກ​ຂອງ​ພາກ​ໃຕ້ ​ແລະ ​ເຂດ​ໄຕ​ງວຽນ; ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫ່ຍຫຼວງ​ດ້ານ​ພະລັງງານ, ​ໄຟຟ້າ, ກະສິກຳ-​ປ່​ໄມ້-​ສິນ​ໃນ​ນ້ຳ, ການທ່ອງທ່ຽວ ​ແລະ ການ​ບໍລິການ….

   ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ກໍ່​ສະ​ເໜີ​ໃຫ້​ແຂວງ​ບິ່ງທ້ວນ ຈົ່ງ​ເດັດ​ດ່ຽວ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ, ສຸມ​ໃສ່​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຂອງ​ອົງການ​ພັກ ​ແລະ ຍົກ​ສູງ​ຄຸນະພາບ​ສະມາຊິກ​ພັກ. ທາງ​ແຂວງ​ຕ້ອງ​ປັບປຸງ​ບັນດາ​ຄວາມ​ອ່ອນ​ແອ​ໃນ​ບັ້ນສຳ​ຫຼວດຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ໝູ່​ຄະນະ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ຕິດ​ພັນ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມ​ບັດ​ປະທານ​ໂຮ່ຈິ​ມິນ; ສ້າງ​ລະບົບ​ການ​ເມືອງ​ຢູ່​ຮາກ​ຖານ​ນັບ​ມື້​ນັບໝັ້ນຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ