ບັນ​ດາ​ກິ​ດ​ຈະ​ກຳ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ນັກ​ຮົບ​ວ​ິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) - ວັນທີ 27 ກໍລະກົດ ແມ່ນວັນລະນຶກເຖິງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 77 ປີ (27 ກໍລະກົດ 1947 – 27 ກໍລະກົດ 2024). ເນື່ອງໃນໂອກາດນີ້, ມີຫຼາຍກິດຈະກຳສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ດຳເນີນຢູ່ທ້ອງຖິ່ນແຫ່ງຕ່າງໆໃນທົ່ວປະເທດ.
ບັນ​ດາ​ກິ​ດ​ຈະ​ກຳ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ນັກ​ຮົບ​ວ​ິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ພິທີຖະຫວາຍດອກໄມ້ຈູດທູບໃຕ້ທຽນ, ວາງພວງມາລາ ສະແດງຄວາມຮູ້ບຸນຄູນໂດຍສະມາຊິກຊາວໜຸ່ມຜັນຂະຫຍາຍໃນຕອນຄ່ຳວັນທີ 26 ກໍລະກົດ (ພາບ: VOV)

ຢູ່ແຂວງ ກາວບັ່ງ, ພິທີຖະຫວາຍດອກໄມ້ຈູດທູບໃຕ້ທຽນ, ວາງພວງມາລາ ສະແດງຄວາມຮູ້ບຸນຄູນໂດຍສະມາຊິກຊາວໜຸ່ມຜັນຂະຫຍາຍໃນຕອນຄ່ຳວັນທີ 26 ກໍລະກົດ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂດອະນຸສອນສະຖານ, ອະນຸສາວະລີທຸກແຫ່ງໃນບໍລິເວນແຂວງ. ນາງ ຫຼີທູຮ່ຽນ, ເລຂາຄະນະຊາວໜຸ່ມໂຮງຮຽນສາມັນເຄິ່ງກິນນອນເຊົາເຜົ່າ ແຂວງ ກາວບັ່ງ, ໄດ້ແບ່ງປັນວ່າ:

“ຂ້າພະເຈົ້າໄດ້ເຂົ້າຮ່ວມກິດຈະກຳຖະຫວາຍດອກໄມ້, ໃຕ້ທຽນສະແດງຄວາມຮູ້ບຸນຄຸນເປັນຫຼາຍຄັ້ງແລ້ວ, ຄັ້ງໃດ ຂ້າພະເຈົ້າກໍຮູ້ສຶກສະເທືອນໃຈ ແລະ ຢາກສະແດງຄວາມຮູ້ບຸນຄຸນອັນລົ້ນເໜືອຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ”.

ກໍໃນຕອນຄ່ຳວັນທີ 26 ກໍລະກົດ, ຄະນະຊາວໜຸ່ມແຂວງ, ນະຄອນຕ່າງໆເຊັ່ນ: ດ່າໜັງ, ເກິ່ນເທີ, ເຕີຍນິງ, ບິ່ງດິ້ງ, ຫາຍເຢືອງ, ບັກກ້ານ, ລອງອານ, ເບັ໊ນແຈ, ດັກລັກ, ຢາລາຍ… ກໍ່ໄດ້ຈັດພິທີຖະຫວາດອກໄມ້ໃຕ້ທຽນສະແດງຄວາມຮູ້ບຸນຄົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຕ່າງໆ.

ນອກຈາກບັນດາກິດຈະກຳຖະຫວາຍດອກໄມ້ຈູດທູບໃຕ້ທຽນ, ວາງພວງມາລາສະແດງຄວາມຮູ້ບຸນຄຸນແລ້ວ, ໃນຊຸມວັນຜ່ານມາ, ທ້ອງຖິ່ນຕ່າງໆກໍໄດ້ມອບຂອງຂວັນຫຼາຍພູດໃຫ້ແກ່ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ