ບັນ​ດາ​ການ​ນຳ ສ.ເກົາຫຼີ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ 3 ຝ່າຍ

(VOVWORLD) - ໃນຖະແຫຼງການຮ່ວມໄດ້ສ້າງຂີດໝາຍສະເຫຼີມສະຫຼອງ 1 ປີດຳເນີນກອງປະຊຸມສຸດຍອດ 3 ຝ່າຍຢູ່ຄ້າຍ David, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານນາຍົກລັດຖະມົນຕີ Fumio Kishida ໄດ້ເນັ້ນໜັກວ່າ ພ້ອມກັນຮ່ວມມື ເພື່ອບັນລຸໄດ້ບັນດາເປົ້າໝາຍລວມ ແນໃສ່ຊຸກຍູ້ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ.
ບັນ​ດາ​ການ​ນຳ ສ.ເກົາຫຼີ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ 3 ຝ່າຍ - ảnh 1ການນຳ 3 ປະເທດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ (ພາບ: AFP/TTXVN)

ວັນທີ 18 ສິງຫາ, ບັນດາການນຳ 3 ປະເທດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ດຳເນີນຖະແຫຼງການຮ່ວມ, ຊົມເຊີຍບັນດາຜົນງານຮ່ວມມືດ້ານຄວາມໝັ້ນຄົງ 3 ຝ່າຍ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດ, ໄດ້ດຳເນີນຢູ່ຄ້າຍ David  (ອາເມລິກາ) ກ່ອນນີ້ 1 ປີ, ພ້ອມທັງໃຫ້ຄຳໝັ້ນສັນຍາ ເພີ່ມທະວີການພົວພັນໃນຫຼາຍຂົງເຂດ. ໃນຖະແຫຼງການຮ່ວມໄດ້ສ້າງຂີດໝາຍສະເຫຼີມສະຫຼອງ 1 ປີດຳເນີນກອງປະຊຸມສຸດຍອດ 3 ຝ່າຍຢູ່ຄ້າຍ David, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານນາຍົກລັດຖະມົນຕີ Fumio Kishida ໄດ້ເນັ້ນໜັກວ່າ ພ້ອມກັນຮ່ວມມື ເພື່ອບັນລຸໄດ້ບັນດາເປົ້າໝາຍລວມ ແນໃສ່ຊຸກຍູ້ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ. ຖະແຫຼງການດັ່ງກ່າວກໍໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ 3 ປະເທດໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມແລ້ວທີ່ຈະຮັບມືກັບບັນດາສິ່ງທ້າທາຍໃຫຍ່ຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ