ບັນດາຄູ່ຮ່ວມມືພັດທະນາໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນຫວຽດນາມປະຕິບັດບັນດາຄາດໝາຍພັດທະນາ

ບັນດາຄູ່ຮ່ວມມືພັດທະນາໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນຫວຽດນາມປະຕິບັດບັນດາຄາດໝາຍພັດທະນາ - ảnh 1

(​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ 2014)


(vovworld) – ຕອນ​ເຊົ້າ​ວັນ​ທີ 5/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ສົມທົບ​ກັບ​ທະນາຄານ​ໂລກ​ຢູ່​ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ 2014, ດ້ວຍ​ຫົວ​ຂໍ້ “ປະຕິ​ຮູບ​ລະບຽບ​ກົດໝາຍ, ​ເພີ່ມ​ທະວີ​ຄວາມ​ສາມາດ​ກຸ້ມ​ຕົນ​ເອງ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ“. ​ເວທີ​ປາ​ໄສ​ສຸມ​ໃສ່ 2 ບັນຫາ​ຕົ້ນຕໍ່ນັ້ນ​ແມ່ນ​ປະຕິ​ຮູບ​ລະບອບ​ເສດຖະກິດ​ການ​ຕະຫຼາດ ​ແລະ ພັດທະນາ​ວິ​ສາ​ຫະກິດພາກ​ເອກະ​ຊົນ​ພາຍ​ໃນ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ແຈ້ງ​ກັບ​ບັນດາຄູ່​ຮ່ວມ​ມືກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ຫວຽດນາມ​ ​ໃນປີ 2014 ​ແລະ ບັນດາ​ຄາດໝາຍ​ທີ່​ວາງ​ອອກ​ໃນ​ປີ 2015. ກ່ຽວ​ກັບ​ຄາດໝາຍ, ໜ້າ​ທີ່​ຂອງ​ປີ 2015, ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ:

ຫວຽດນາມ​ສຸມ​ໃສ່​ປັບປຸງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ​ແລະ ລະບອບ​ເສດຖະກິດ​ການ​ຕະຫຼາດ, ຮັບປະກັນ​ສິດ​ເສລີ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ຕາມ​ລັດຖະທຳ​ມະນູນ. ລະດົມ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງກຳລັງຢ່າງ​ມີ​ປະສິດທິ​ຜົນ, ປະຕິ​ຮູບ​ລະບຽບ​ການ​ດ້ານ​ບໍລິຫານ, ປັບປຸງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ເພື່ອ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​​​ໃຫ້​ ປະຊາຊົນ ​ແລະ ວິ​ສາ​ຫະກິດ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ສົ່ງ​ເສີມ​ການ​ພັດທະນາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ“.

ດ້ວຍ​ບົດບາດ​ເປັນ​ປະທານ​ເວທີ​ປາ​ໄສ, ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​ໂລກ WB ປະຈຳ​ຫວຽດນາມ ຖື​ວ່າ, ຫວຽດນາມ​ ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ທີ​ສຸດ​ໃນ​ການ​ປັບປຸງ​ສະພາບ​​ແວດ​ລ້ອມ​ແຫ​່ງການ​ລົງທຶນ, ຜ່ານ​ນັ້ນ​​ໄດ້​ສ້າງ​ຄວາມດຶງ​ດູດການ​ລົງທຶນ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ມີ​ລະດັບ​ພັດທະນາ​ດຽວ​ກັນ ​ແລະ ຫວຽດນາມ​ ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລະດັບ​ເຕີບ​ໂຕ GDP ​ໃສ່​ຫົວ​ຄົນ​ໄວ​ອັບ 2 ຢູ່​ໂລກ​ໃນ 20 ປີຜ່ານມາ.

ພວກ​ເຮົາ​ຄວນ​ຮັບ​ຮູ້​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ບັນດາ​ມາດ​ຕະການ​ແທດ​ຈິງ​ເພື່ອ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​​ຕ້ອງ​ຍູ້​ແຮງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ. ພວກ​ເຮົາ​ໄດ້​ຮັບຮອງ​ເອົາ​ກົດໝາຍຫຼາຍ​ສະບັບ ​ແລະ ຂໍ້​ກຳນົດ​ໃໝ່​ຫຼາຍ​ຂໍ້, ​ແຕ່​ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ປະຕິບັດ​ຄື​ແນວ​ໃດ​ໃຫ້​ມັນປະກົດຜົນ​ເປັນ​ຈິງ“.

ທ່ານ​ນາງ Victoria Kwakwa, ກໍ່​ໃຫ້​ຮູ້​ວ່າ WB ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ຂອງ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ຈະ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ລັດຖະບານ​ຫວຽດນາມ​ ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ.


ຂ່າວ/ບົດ​ອື່ນ