ບັນດານັກອຸປະຖຳສາກົນໜູນຊ່ວຍພັດທະນາການທ່ອງທ່ຽວຫວຽດນາມ
ການໂອ້ລົມສົນທະນາ ກັບບັນດານັກອຸປະຖຳ
ໃຫ້ແກ່ການທ່ອງທ່ຽວຫວຽດນາມ
(ພາບ: NguyetHa)
(vovworld)- ວັນທີ 28/1, ໂດຍຕາງໜ້າໃຫ້ 10 ນັກອຸປະຖຳສາກົນ ທີ່ປະຊຸມຢູ່ຮ່າໂນ້ຍ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ກັບບັນດານັກອຸປະຖຳໃຫ້ແກ່ການທ່ອງທ່ຽວຫວຽດນາມ. ການເຄື່ອນໄຫວໂດຍໂຄງການ “ ພັດທະນາກຳລັງຄວາມສາມາດໃນການທ່ອງທ່ຽວທີ່ມີຄວາມຮັບຜິດຊອບຕໍ່ສະພາບແວດລ້ອມ ແລະ ສັງຄົມ ໂດຍສະຫະພາບເອີລົບອຸປະຖຳ ” ( ໂຄງການ EU-ESRT ) ລິເລີ່ມ. ການໂອ້ລົມສົນທະນາ ແມ່ນກາລະໂອກາດເພື່ອສ້າງການເຄື່ອນໄຫວປະສານງານຢ່າງລຽນຕິດ ແລະ ມີປະສິດທິຜົນ ລະຫວ່າງ ບັນດາອົງການຈັດຕັ້ງ ແລະ ອົງການທີ່ພວມໜູນຊ່ວຍໃຫ້ແກ່ການທ່ອງທ່ຽວຫວຽດນາມ. ຂໍ້ລິເລີ່ມຈັດຕັ້ງການໂອ້ລົມສົນທະນາລະຫວ່າງບັນດານັກອຸປະຖຳໂຄງການ EU-ESRT ປະກອບສ່ວນສ້າງພື້ນຖານໃຫ້ແກ່ການສ້າງຕັ້ງ “ ເວທີປາໄສການທ່ອງທ່ຽວ ” ໂດຍກົມໃຫຍ່ການທ່ອງທ່ຽວແຫ່ງຊາດເປັນປະທານ, ເພື່ອດຶງດູດແຫຼ່ງກຳລັງດ້ານການເງິນຫຼາຍກວ່າອີກ, ໜູນຊ່ວຍດ້ານເຕັກນິກສາກົນໃຫ້ແກ່ຂົງເຂດການທ່ອງທ່ຽວຫວຽດນາມໃນໄລຍະຈະມາເຖິງ.