ບັນດາປະເທດຢູ່ເຂດ Baltic ແລະ ໂປໂລຍ ຮຽກຮ້ອງໃຫ້ ອີຢູ ເພີ່ມທະວີການປ້ອງກັນເຂດຊາຍແດນຂອງກຸ່ມ

(VOVWORLD) - ບັນດາປະເທດຕ້ອງສາມັກຄີກັບ ໂປໂລຍ ແລະ ມີແຜນການເພື່ອປັບປຸງບັນດາມາດຕະການແກ້ໄຂໃນອະຍຸການປະທານຂອງ ໂປໂລຍ.
ບັນດາປະເທດຢູ່ເຂດ Baltic ແລະ ໂປໂລຍ ຮຽກຮ້ອງໃຫ້ ອີຢູ ເພີ່ມທະວີການປ້ອງກັນເຂດຊາຍແດນຂອງກຸ່ມ - ảnh 1(ພາບປະກອບ: baltictimes)

        ວັນທີ 16 ກັນຍາ, ຜູ້ຕາງໜ້າກຳມາທິການບັນດາບັນຫາ ເອີລົບ ຂອງສະພາແຫ່ງຊາດ ໂປໂລຍ ແລະ ບັນດາປະເທດເຂດ Baltic ໄດ້ກະຕຸກຊຸກຍູ້ສະຫະພາບ ເອີລົບ (ອີຢູ) ເພີ່ມທະວີການປ້ອງກັນເຂດຊາຍແດນ ໂປໂລຍ ແລະ ຫຼຸດຜ່ອນການເອື່ອຍອີງອາຍແກັດແຫຼວຂອງ ລັດເຊຍ. ຍ້ອນຈຳນວນຊາວອົບພະຍົບຊອກຫາວິທີເພື່ອຂ້າມຊາຍແດນໄດ້ເພີ່ມຂຶ້ນ 190%, ຜູ້ຕາງໜ້າບັນດາປະເທດເຂດ Baltic ຖືວ່າ, ບັນດາປະເທດຕ້ອງສາມັກຄີກັບ ໂປໂລຍ ແລະ ມີແຜນການເພື່ອປັບປຸງບັນດາມາດຕະການແກ້ໄຂໃນອາຍຸການປະທານຂອງ ໂປໂລຍ. ບັນດາປະເທດເຂດ Baltic ໄດ້ເຫັນດີກະກຽມເອກະສານລວມ ໃນນັ້ນຈະມານະພະຍາຍາມຊຸກຍູ້ ແບນຊິກ ແລະ ບັນດາປະເທດສະມາຊິກ ອີຢູ ອື່ນມີມາດຕະການໜູນຊ່ວຍ ເພື່ອຮັບມືກັບເລື່ອງເພີ່ມຈຳນວນຊາວອົບພະຍົບຢ່າງຜິດກົດໝາຍຜ່ານເສັ້ນຊາຍແດນນີ້, ຈາກນັ້ນໄດ້ກໍ່ໄພຂາບຂູ່ຕໍ່ຄວາມໝັ້ນຄົງຂອງກຸ່ມ.

        ຄາດວ່າ, ບັນດາບັນຫາທີ່ກ່ຽວຂ້ອງຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມບັນດາ ກຳມາທິການກ່ຽວກັບບັນດາບັນຫາ ເອີລົບ ຂອງລັດຖະສະພາບັນດາປະເທດສະມາຊິກ (COSAC), ເຊິ່ງຈະຈັດຂຶ້ນຢູ່ Budapest ໃນທ້າຍເດືອນ ຕຸລາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ