ພາບປະກອບ: internet |
(vovworld) - ຕອນເຊົ້າວັນທີ 17/9 ຢູ່ ນະຄອນ Da Nang, ຜູ້ຕາງຫນ້າບັນດາປະເທດສະມາຊິກຄະນະກຳມະການການປະມົງ ອາຊີ - ປາຊີຟີກ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການຄຸ້ມຄອງອາຊີບຂຸດຄົ້ນ ແລະ ລ້ຽງປູກສິນໃນນ້ຳໃນພາກພື້ນ. ກອງປະຊຸມດັ່ງກ່າວໂດຍແມ່ນກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຂຶ້ນ ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 100 ຄົນທີ່ຕາງຫນ້າໃຫ້ 21 ປະເທດສະມາຊິກ ແລະ ອົງການການປະມົງຢູ່ພາກພື້ນ, ບັນດາໂຄງການພັດທະນາ, ອົງການຂອງສະຫະປະຊາຊາດ. ໃນການເຮັດວຽກມາເປັນເວລາ 6 ວັນ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນກ່ຽວກັບສະພາບການ ແລະ ທ່າອ່ຽງພັດທະນາຂອງການປະມົງ ແລະ ລ້ຽງປູກສິນໃນນ້ຳ ຢູ່ ພາກພື້ນ ອາຊີ - ປາຊີຟີກ. ທ່ານ Vu Van Tam ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:
“ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບຂອງຄະນະກຳມະການການປະມົງ ອາຊີ - ປາຊີຟີກ. ໃນຊຸມປີຜ່ານມາ ພວກເຮົາໄດ້ມີການປະກອບສ່ວນຫລາຍຢ່າງເຂົ້າບັນຫາລວມຂອງພາກພື້ນ ແລະ ໂລກ ໃນບັນຫາຂຸດຄົ້ນການລ້ຽງປູກສິນໃນນ້ຳ. ຜ່ານກອງປະຊຸມ ພວກເຮົາຮຳ່ຮຽນເອົາບົດຮຽນຫລາຍຢ່າງຈາກປະເທດເພື່ອນມິດ ພິເສດ ການປ້ອງກັນ ແລະ ຕ້ານໂລກລະບາດໃນການລ້ຽງປູກສິນໃນນ້ຳ.”