ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ


ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາ​ບ: anninhthudo.vn)

(vovworld) - ກອງ​ປະ​ຊຸມ​ເຈົ້າ​ໜ້​ທີ່​ຂັ້ນ​ສູງບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ຈີນ, ມຽນ​ມາ, ລາວ, ໄທ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ) ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢ່​ູ ຮ່າ​ໂນ້ຍ ໃນ​ຕອນ​ເຊົ້າ​ວັນ​ທີ 19/5. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ກວດ​ກາ​ຄືນ, ຕີ​ລາ​ຄາ​ສະ​ພາບ​ການ ແລະ ສະ​ຫລຸບ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ຂໍ້​ຕົ​ກ​ລົງ​ກ່ຽວ​ກັບ​ການ​ປ້ອງກ​ັນ, ຕ້ານ​ຢ່າ​ເສບ​ຕິດ​ເຂດ​ອະ​ນຸ​ພ​າກ​ພື້​ນ​ແມ່​ນ້ຳ​ຂອງ, ຕີ​ລາ​ຄາ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ເຄື່ອນ​ໄຫວ​ອະ​ນຸ​ພາກ​ພື້ນ​ຄັ້ງ​ທີ 8 ຕາມ​ບັນ​ດາ​ຂົງ​ເຂດ ບຸ​ລິ​ມະ​ສິດ​ຮ່ວມ​ມື ແລະ ປຶກ​ສາ​ຫາ​ລື​ເປັນ​ເອ​ກະ​ພາບ​ຕໍ່ກົນ​ໄກ​​ປະ​ກອບ​ການ​ເງິນ ແລະ ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ, ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເຂດ​ອະ​ນຸ​ພ​າກ​ພື້ນ​ແມ່​ນຳ​້​ຂອງ​ໃນ​ໄລ​ຍະ​ໃໝ່. ຕໍ່​ຈາກນັ້ນ, ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ເຂດ​ອະ​ນຸ​ພາກ​ພື້​ນ​ແມ່​ນຳ​້​ຂອງ ຈະ​ດ​ຳ​ເນີນ​ໄປ​ໃນ​ວັນ​ທີ 21/5. ຢູ່ນ​ອກກອງ​ປະ​ຊຸມ​ຍັງ​ມີ​ການ​ເຄື່ອ​ນ​ໄຫວ​ຕ່າງໆ​ຄື: ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ແລະ ອົງ​ການ​ປ້ອງ​ກັນ, ຕ້າ​ນ​ຢາ​ເສບ​ຕິດ ແລະ ​ອາດ​ຊະ​ຍາ​ກຳ  ສ​ປ​ຊ (UNODC) ພົບ​ປະ​ຜູ້​ຕາງ​ໜ້າ​ສະ​ຖານ​ທູ​ດ​ບັນ​ດາ​ປະ​ເທດ​ອຸ​ປະ​ຖຳ​ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ຢາ​ເສບ​ຕິດ​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ…

ຂ່າວ/ບົດ​ອື່ນ