ບັນດາຫົວຫນ້າກົມໃຫຍ່ເສນາທິການNATOປະຊຸມຢູ່Brussels

ບັນດາຫົວຫນ້າກົມໃຫຍ່ເສນາທິການNATOປະຊຸມຢູ່Brussels - ảnh 1
ນາຍ​ພົນ Knud Bartels
.baotintuc.vn

(vovworld)-​ ກອ​ງ​ປະ​ຊຸມ​ຄັ້ງ​ທີ 72 ຂອງ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ NATO ຈະ​ດຳ​ເນີນ​ໄປ​ໃນ​ເວ​ລາ 2 ວັນ ຄື​ວັນ​ທີ 21 ແລະ 22/1 ຢູ່ ບ​ຣຸກ​ແຊນ ປະ​ເທດ​ແບນ​ຊີກ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຫົວ​ຫນ້າ​ກົມ​ໃຫຍ່​ເສ​ນາ​ທິ​ການກອ​ງ​ທັບ​ 28 ປະ​ເທດ​ສະ​ມາ​ຊິກ ພ້ອມ​ກັບ​ບັນ​ດາ​ຄ​ູ່​ເຈ​ລະ​ຈາ ທະ​ເລ​ເມ​ດີ​ຕາ​ລາ​ເນ. ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ນາຍ​ພົນ Knud Bartels, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ, ກອງ​ປະ​ຊຸມ​ຈະ​ສ​ຸມ​ໃສ່​ປຶ​ກ​ສາ​ຫາ​ລື​ແຜນ​ການ​ດຳ​ເນີນ​ງານ, ຄວາມ​ສາ​ມາດ​ຮັບ​ມື, ພາ​ລະ​ກຳ​ ​ຫນູນ​ຊ່ວຍ​ຢູ່ ອາບ​ກາ​ນິ​ສະ​ຖານ ຂອງ NATO, ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ​ກັບ ຢູ​ແກຼ​ນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ເຈ​ລະ​ຈາ ທະ​ເລ​ເມ​ດີ​ຕາ​ລາ​ເນ ກໍ​ຄື ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ການ​ນາບ​ຂູ່​ຄວາມ​ປອດ​ໄພ​ທົ່ວ​ໂລກ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຫົວ​ຫນ້າ​​ກົມ​ໃຫຍ່ເສ​ນາ​ທິ​ການ ໄດ້​ຮັບ​ຟັງ​ສະ​ພາບ​ການ​ການ​ເມືອງ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ອອກ ແລະ ທິດ​ໃຕ້​ຂອງພັນ​ທະ​ມິດ, ແບ່ງ​ປັນ​ທັດ​ສະ​ນະ​ລວມ ກ່ອນ​ທີ່​ເລີ່ມ​ປະ​ຊຸມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື. ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຫົວ​ຫນ້າ​ກົມ​ໃຫຍ່​ເສ​ນາ​ທິ​ການກອງ​ທັບ NATO ຍົກ​ອອກ​ບັນ​ດາ​ສານ​ຫລັກ​ແຫລ່ງ ກໍ​ຄື​ຄວ​າມ​ເຫັນ​ດີ​ເຫັນ​ພ້ອມ​ໃຫ້​ແກ່ NATO ກ່ຽວ​ກັບ​ທິດ​ທາງ​ບັນ​ຊາ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ