ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໜູນ​ຊ່ວຍ ຫວຽດ​ນາ​ມ ແກ​້​ໄຂ​ຜົນ​ຮ້າຍ​ຈາກ​ພະ​ຍຸ​ເລກ​ທີ 3

(VOVWORLD) - ອົງການອະນາໄມໂລກ ໄດ້ກູ້ຊ່ວຍສຸກເສີນຢາຂ້າຊື້ອ 1 ລ້ານເມັດ ແລະ ຕຸກນ້ຳ 500 ຕຸກໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ.
ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໜູນ​ຊ່ວຍ ຫວຽດ​ນາ​ມ ແກ​້​ໄຂ​ຜົນ​ຮ້າຍ​ຈາກ​ພະ​ຍຸ​ເລກ​ທີ 3 - ảnh 1

(ພາບ: WHO)

    ວັນທີ 13 ກັນຍາ, ຢູ່ ຮ່າໂນ້ຍ, ໂຄງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ໄດ້ມອບໃຫ້ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ 700 ເຄື່ອງໃຊ້ໃນຄອບຄົວ ຊື່ງລວມມີ: ຄຸ, ເກີບຢ່າງ, ຜ້າຫົ່ມ, ຢຸກຢາ ແລະ ບັນດາເຄື່ອງໃຊ້ສອຍທີ່ຈຳເປັນ….ເພື່ອໜູນຊ່ວຍບັນດາປະຊາຄົມຖືກຜົນສະທ້ອນຈາກພະຍຸເລກທີ 3 ຢູ່ ແຂວງ ອຽນບາຍ.

  ໃນວັນດຽວກັນ, ອົງການອະນາໄມໂລກ ໄດ້ກູ້ຊ່ວຍສຸກເສີນຢາຂ້າຊື້ອ 1 ລ້ານເມັດ ແລະ ຕຸກນ້ຳ 500 ຕຸກໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ ເພື່ອແນໃສ່ຊ່ວຍບັນດາແຂວງ ນະຄອນຂອງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸເລກທີ 3 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ