(ພາບ: TTXVN)
(vovworld) - ວັນທີ 04/04, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດຕັ້ງກອງປະຊຸມສະໜອງຂໍ້ມູນຂ່າວ, ທາບທາມຄວາມເຫັນກັບບັນດານັກຊ່ຽວຊານ ແລະ ຝ່າຍທີ່ກ່ຽວຂ້ອງຕ່າງໆ ເພື່ອແນໃສ່ສ້າງແຜນການ, ຍຸດທະສາດຮັບມືກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມເຂົ້າທີ່ພວມເກີດຂຶ້ນຢູ່ 13 ແຂວງພາກກາງ, ເຂດໄຕງວຽນ ແລະ ເຂດທົ່ງພຽງແມ່ນ້ຳຂອງ. ທີ່ກອງປະຊຸມ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ວິສາຫະກິດ 7 ແຫ່ງ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍໃນເບື້ອງຕົ້ນໃຫ້ປະຊາຄົມທີ່ ຖືກຜົນສະທ້ອນຈາກໄພແຫ້ງແລ້ງ ແລະ ນ້ຳທະເລຊຶມເຂົ້າ ດ້ວຍຍອດມູນຄ່າ 1,1 ລ້ານ USD. ກ່ຽວກັບການໜູນຊ່ວຍໄລຍະຍາວ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ 22 ແຫ່ງ ໄດ້ໃຫ້ຄຳໝັ້ນສັນຍາຜັນຂະຫຍາຍ 30 ລາຍການ, ໂຄງການໃນໄລຍະ 3 ປີ (2016 – 2019) ຢູ່ 13 ແຂວງຖືກເສຍຫາຍຢ່າງໜັກໜ່ວງ ດ້ວຍຍອດງົບປະມານ 12,3 ລ້ານ USD.