ບັນດາແຂວງທາງພາກກາງເປັນເຈົ້າການຮັບມືກັບພາຍຸເລກທີ 8

ບັນດາແຂວງທາງພາກກາງເປັນເຈົ້າການຮັບມືກັບພາຍຸເລກທີ 8 - ảnh 1
ພາບປະກອບ

(vovworld) –  ​ຍ້ອນ​ຜົນ​ສະທ້ອນ​ຈາກ​ພາຍຸ​ເລກທີ 8, ບັນດາ​ແຂວງ​ທາງ​ພາກ​ກາງ​ມີ​ຝົນຕົກ​ໜັກ, ​​ເຮັດ​ໃຫ້​ດິນ​ເຊາະ​​ເຈື່ອນ​ຢູ່​ເຂດ​ພູດ​ອຍ ​ແລະ ​ແຄມ​ທະ​ເລ. ຢູ່​ແຂວງ​ກວາງ​ຫງາຍ, ຝົນຕົກ​ໜັກ​ໃນ​ວັນ​ທີ 17 ​ແລະ 18/9 ​​ເຮັດ​ໃຫ້​ດິນ​ເຊາະ​ເຈື່ອນ ​ແລະ ທາງ​ຄົມມະນາ​ຖືກ​ຕິດ​ຂັດ​ຢູ່​ບາງ​ເມືອງ​ໃນ​ເຂດ​ພູດ​ອຍ. ພັນ​ຕີ ບູ່​ຍວັນ​ຮູ່ງ, ຫົວໜ້າ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ຊາ​ກີ່, ​ແຂວງ​ກວາງ​ຫງາຍ, ​ໃຫ້​ຮູ້​ວ່າ:

ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ທ້ອງ​ຖີ່​ນ ​ໄດ້​ຊັບຊ້ອນ​ໃຫ້​ກຳ​ປັ່ນ​ເຂົ້າ​ທຽບ​ທ່າ, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຫຼີກ​ລ້ຽງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ. ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ສົມທົບ​ກັບ​ຕຳຫຼວດ​ທ້ອງ​ຖີ່​ນ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ເຫຼົ່າ​ນັ້ນ“.

ຢູ່​ແຂວງ​ກວາງ​ບິ່ນ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແນະນຳ​ໃຫ້​ບັນດາ​ກຳ່​ປັ່ນ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ນອກ​ຝັ່ງ​ທະ​ເລ ຍ້ອຍ​ອອກ​ຈາກ​ເຂດ​ຖືກ​ຜົນ​ສະທ້ອນ​ຈາກ​ພາຍຸ. ທ່ານ ຫງວຽນ​ງອກ​ຝຸ່ງ, ຫົວໜ້າ​ຫ້ອງການ​ບັນຊາ​ການ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ແຂວງ​ກວາງ​ບິ່ນ, ​ໃຫ້​ຮູ້​ວ່າ:

​ພວກ​ຂ້າພະ​ເຈົ້າ​ໄດ້​ປະຕິບັດ​ຈົດໝາຍ​ທາງ​ການ​ຂອງ​ສູນ​ກາງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບັນດາ​ກຳ່​ປັ່ນ​ທີ່​ເຄື່ອນ​ໄຫວ​ຢູ່​ນອກ​ຝັ່ງ​ທະ​ເລ, ​ແກ້​ໄຂ​ເຫດການ​ທີ່​ເກີດ​ຂຶ້ນ, ກຽມພ້ອມ​ກູ້​ໄພ​ກູ້​ຊີບ​ເມື່ອ​ມີ​ຄວາມ​ຕ້ອງການ. ຈັດຕັ້ງ​ການ​ເວນຍາມຕິດຕາມ​ສະພາບຜັນ​ແປ​ຂອງ​ພາຍຸ​ເປັນ​ປະຈຳ

 

ຂ່າວ/ບົດ​ອື່ນ