ບັນຫາBrexit:ອັງກິດຕ້ອງປະຕິບັດຕາມກົດໝາຍຂອງEUໃນໄລຍະມີການຫັນປ່ຽນ

ບັນຫາBrexit:ອັງກິດຕ້ອງປະຕິບັດຕາມກົດໝາຍຂອງEUໃນໄລຍະມີການຫັນປ່ຽນ - ảnh 1

(vovworld)- ວັນ​ທີ 11/2, ທ່ານ Guy Verhofstadt ຜູ້​ຮັບ​ຜິດ​ຊອບ​ການ​ເຈ​ລະ​ຈາ Brexit ຂອງ​ລັດ​ຖະ​ສະ​ພາ ເອີ​ລົບ (EP) ໃຫ້​ຮູ້​ວ່າ: ທັດ​ສະ​ນະ​ຂອງ ສະ​ຫະ​ພາບ​ເອີ​ລົບ (EU) ແມ່ນ​ໃນ​ໄລ​ຍະ​​ມີ​ການຫັນ​ປ່ຽນ ຈາ​ກ​ສະ​ມາ​ຊິກ​ສົມ​ບູນ​ຈົນ​ເຖິງ​ເມື່ອ​ອັງ​ກິດ​ຖອນ​ອອກ​ຈາກ EU ຢ່າງ​ສິ້ນ​ເຊິງ, ປະ​ເທດນີ້ ຍັງ​ຄົງ​ປະ​ຕິ​ບັດ​ຕາມ​ກົ​ດ​ໝາຍ​ຂອງ EU, ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມ​ວ່າ ລອນດອນ ຕ້ອງ​ປະ​ຕິ​ບັດ​ທຸກ​ຄຳ​ຕັດ​ສິນ​ຂອງ​ສານ​ສູງ​ສຸດຂອງ EU ຈົນ​ເຖິງ​ຫລັງ​ປີ 2019. ສິ່ງ​ນີ້​ແມ່ນ​ຝ​ືນ​ກັບ​ທັດ​ສະ​ນະ​ຂອງ​ລັດ​ຖະ​ບານ ອັງ​ກິດ ເມື​່ອ​ຖື​ວ່າ ລອນດອນ ຈະ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ EU ເມື່ອ​ຖອນ​ອອກ​ຈາກ​ກຸ່ມນີ້. ນີ້​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ອັງ​ກິດ ປ່ອນ​ບັດ​ອອກ​ຈາກ EU ເມື່ອ​ຖື​ວ່າ ບັນ​ດາ​ການ​ກຳ​ນົດ​ຂອງ EU ໄດ້​ກີດ​ຂວາງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. 


ຕອບກັບ

ຂ່າວ/ບົດ​ອື່ນ