ບັນຫາຊົນເຜົ່າສ່ວນໜ້ອຍຕ້ອງໄດ້ຮັບການຄົ້ນຄວ້າປັບປຸງໃນລັດຖະທຳມະນຸນປີ 1992

ບັນຫາຊົນເຜົ່າສ່ວນໜ້ອຍຕ້ອງໄດ້ຮັບການຄົ້ນຄວ້າປັບປຸງໃນລັດຖະທຳມະນຸນປີ 1992 - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 28/9, ​ໃນ​ຂອບ​ເຂດ​ວາລະ​ປະຊຸມ​ຄົບ​ຄະນະ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ, ​ໄດ້​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາ “ບັນດາ​ບັນຫາຊົນ​ເຜົ່າສ່ວນ​ໜ້ອຍ​ຕ້ອງ​ໄດ້​ຮັບ​ການ​ຄົ້ນຄວ້າ​ປັບປຸງ​ໃນ​ລັດຖະທຳ​ມະນຸ​ນປີ 1992”. ກ່າວ​ຄຳ​ເຫັນ​ທີ່ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ຊົນ​ເຜົ່າ Ksor Phuoc ​ຊີ້​ແຈ້ງວ່າ; ​ໃນ​ໄລຍະ​ຜ່ານ​ມາ, ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ, ບັນ​ດາ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ​​ໄດ້ສະຫຼຸບ​ການ​ປະຕິບັດລັດຖະທຳ​ມະນຸ​ນປີ 1992 ຕາມ​ບົດບາດ, ໜ້າ​ທີ່​ເຊິ່ງກົດໝາຍ​ກຳນົດ. ບັນດາ​ການ​ສຳ​ມະ​ນາ, ກອງ​ປະຊຸມ​ວິທະຍາສາດ​ຫຼາຍ​ຄັ້ງກ່ຽວ​ກັບ​ລັດຖະທຳ​ມະນຸ​ນ, ການປັບປຸງ​ລັດຖະທຳ​ມະນຸ​ນ ​ແລະ ປະຕິບັດ​ລັດຖະທຳ​ມະນຸ​ນ ​ໄດ້​ສະ​ແດງໃຫ້​ເຫັນ​ຄຸນຄ່າ, ບົດບາດ ​ແລະ ຄວາມ​ໝາຍຂອງ​ລັດຖະທຳ​ມະນຸນ ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ. ບັນດາ​ສິດ​ເສລີ​ເປັນ​ພື້ນຖານ​ຂອງ​ຜົນລະ​ເມືອງ​ເວົ້າ​ລວມ, ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ເວົ້າ​ສະ​ເພາະ ​ໄດ້​ຮັບ​ການ​ປົວ​ແປງ ​ແລະ ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາສະມາຊິກ​ໄດ້​ພິຈາລະນາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນຸ​ນປີ 1992, ປຶກສາ​ຫາລື, ​ເຮັດ​ແຈ້ງ​ເນື້ອ​ໃນ​ບັນຫາ​ສາມັກຄີ​ບັນດາເຜົ່າ, ສາສະໜາ​ຕາມ​ລັດຖະທຳ​ມະນຸ​ນປີ 1992, ວຽກ​ງານ​ໂຄສະ​ນາ​ສຶກສາ, ສະໜອງ​ຂໍ້​ມູນ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້, ຄວາມຮູ້​ດ້ານ​ກົດໝາຍ​ໃຫ້​ແກ່​ປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍ… ກອງ​ປະຊຸມ​ສຳ​ມະ​ນາ​ສືບ​ຕໍ່ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ, ​ປັບປຸງລະບົບ​ກົດໝາຍ, ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃຫ້​ບໍລິ​ບູນ, ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ປະຕິບັດ​ສິດດ້ານ​ການ​ເມືອງ, ​ເສດຖະກິດ, ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ສັງຄົມ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ