ບໍ່ມີຊາວຫວຽດນາມເສຍຊີວິດໃນເຫດວາງລະເບີດຢູ່ບາງກອກ,ໄທ

ບໍ່ມີຊາວຫວຽດນາມເສຍຊີວິດໃນເຫດວາງລະເບີດຢູ່ບາງກອກ,ໄທ - ảnh 1
(ບໍ່ມີຊາວຫວຽດນາມເສຍຊີວິດໃນເຫດວາງລະເບີດຢູ່ບາງກອກ,ໄທ)

(vovworld) – ຕາມ​ຂໍ້​ມູນ​ລ້າ​ສຸດ​ຂອງ​ຕຳຫຼວດ​ໄທ ​ແລ້ວ, ​ໄລ່​ຮອດ​ຕອນ​ເຊົ້າ​ວັນ​ທີ 18/08, ມີ 19 ຄົນ​ເສຍ​ຊີວິດ ​ແລະ 123 ຄົນ​ຮັບ​ບາດ​ເຈັບໃນ​ເຫດ​ວາ​ງລະ​ເບີດ ​ໃນ​​ເວ​ລາ 19 ​ໂມງວັນ​ທີ 17/08, ຢູ່​​ໃຈ​ກາງ​ນະຄອນຫຼວງ​ບາງ​ກອກ. ​ໃນ​ຈຳນວນ​ຜູ​້ຮັບ​ບາດ​ເຈັບ​ມີ​ຊາວ​ຫວຽດນາມ ຄົນ​ໜຶ່ງ ​ແມ່ນ​ອ້າຍ ​ເຈືອງ​ມາຍ​ວັນ, ​ໝາຍ​ເລກປັດ​ສະ​ປໍ B 8759732. ຕາມ​ນັກຂ່າວ​ວິທະຍຸ​ກະ​ຈາ​ຍສຽງ​ຫວຽດນາມ ປະຈຳ​ໄທ ​ແລ້ວ, ​​ອ້າຍ ​ເຈືອງ​ມາຍ​ວັນ ຖືກ​ບາດ​ເຈັບ​ເບົ່າ ​ແລະ ພວມໄດ້ຮັບ​ການ​ປິ່ນ​ປົ່ວຢູ່​ໂຮງໝໍ​​ໃຈ​ກາງ​ບາງ​ກອກ. ​ໃນ​ຂະນະ​ນັ້ນ, ຕອນ​ຄໍ່າ ​ແລະ ກາງຄື​ນ​ວັນ​ທີ 17/08, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ໄທ ຫງວຽນ​ເຕີ​ດ​ແທ່ງ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ ​ໄປ​ຊອກ​ຫາ​ຂໍ້​ມູນ, ກໍ​ຄື​ກຳ​ແໜ້ນ​ສະພາບ​ການ, ພິ​ເສດ​ເມື່ອ​ຝ່າຍ​ໄທ ​ໃຫ້​ຮູ້​ວ່າ, ຈຳນວນ​ຜູ້​ເສ​ຍຊີວິດ​ສ່ວນ​ຫຼາຍ​ແມ່ນຊາວ​ອາຊີ. ສະຖານທູ​ດຫວຽດນາມ ປະຈຳ​ບາງກອກ ກໍ​ອອກ​ຄຳ​ກ່າວ​ເຕື່ອນ​ໃນ​ທັນທີ ​ແລະ ​​ໃຫ້​ຈ່າວ​ໄວ້​ທີ່​ສຸ​ດເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່​​ໄທ ກໍ​ຄືນັກ​ທ່ອງ​ທ່ຽວ ຫວຽດນາມ ຢູ່​ໄທ ຮູ້​ກ່ຽວ​ກັບ​ເຫດ​ວາງ​ລະ​ເບີດ​ນີ້​ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ