ບຳລຸງທັກສະຂຽນບົດກ່ຽວກັບແບບຢ່າງດີເດັ່ນໃຫ້ນັກຂ່າວລາວ

ບຳລຸງທັກສະຂຽນບົດກ່ຽວກັບແບບຢ່າງດີເດັ່ນໃຫ້ນັກຂ່າວລາວ - ảnh 1
​ຊຸດ​ຝຶກອົບ​ຮົມວິຊາ​ການທັກ​ສະ​ຂຽນ​ບົດກ່ຽວ​ກັບ​
ແບບຢ່າງ​ດີ​ເດັ່ນ​​ໃນ​ສັງຄົມໃຫ້​ບັນດາ​ນັກ​ຂ່າວລາວ
(ພາບ:vietnamnet.vn)


​​(vovworld) - ວັນ​ທີ 10/08, ຢູ່​ແຂວງ ​ເງະ​ອານ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ຈັດ​ຊຸດ​ຝຶກອົບ​ຮົມວິຊາ​ການທັກ​ສະ​ຂຽນ​ບົດກ່ຽວ​ກັບ​ແບບຢ່າງ​ດີ​ເດັ່ນ​​ໃນ​ສັງຄົມ ​ໃຫ້​ບັນດາ​ນັກ​ຂ່າວທີ່​ມາ​ຈາກ​ອົງການ​ສື່​​ມວນ​ຊົນ​ສູນ​ກາງ ​ແລະ ທ້ອງຖິ່ນ​ຂອງ​ລາວ. ຊຸດ​ຮຽນ​ຖືກ​ຈັດ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 10 – 14/08, ພ້ອມ​ກັບ​ການ​ຮຽນ​ທິດ​ສະ​ດີ ກັບ​ທັກ​ສະ​ເຮັດ​ຂຽນ​ບົດ, ນັກຮຽນ 35 ຄົນ ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຢູ່​ເມືອງ ນາມ​ດ່ານ, ​ແຂ​ວງ​ເງະ​ອານ. ນີ້​ແມ່ນ​ຊຸດ​ຮຽນ​ທີ 11 ​ໂດຍກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ຈັດ​ຕັ້ງ. ຊຸດ​ຮຽນ​ແມ່ນ​ໜຶ່ງ​ໃນບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຂໍ້​ຕົກລົງຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ລະຫວ່າງກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຫວຽດນາມ  ​ແລະ ກະຊວງ​ຖະ​ແຫຼ​ງຂ່າວ, ວັດ​ທະ​ທຳ ​ແລະ ທ່ອງ​ທ່ຽວ​ລາວ.

ຂ່າວ/ບົດ​ອື່ນ