ບຳລຸງສ້າງລະດັບຄວາມ ຮູ້ກ່ຽວກັບໝູ່ເກາະ ທະເລໃຫ້ແກ່ຖັນແຖວ ນັກຂ່າວ
Thanh Hà -  
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:baohatinh.vn )
(vovworld)- ກອງປະຊຸມບຳລຸງສ້າງລະດັບຄວາມຮູ້ກ່ຽວກັບໝູ່ເກາະທະເລໃຫ້ແກ່ຖັນແຖວນັກຂ່າວ, ນັກບັນນາທິການບັນດາອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນ ໂດຍຄະນະໂຄສະນາສຶກສາສູນກາງຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 5/11, ຢູ່ນະຄອນດ່ານັງ. ທີ່ກອງປະຊຸມ, ອົງການສື່ມວນຊົນຂອງ 17 ແຂວງ, ນະຄອນເຂດພາກກາງໄດ້ຮັບການເຜີຍແຜ່ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍທະເລປີ 1982 ແລະ ກົດໝາຍວ່າດ້ວຍທະເລຫວຽດນາມ-ບັນດາເອກະສານດ້ານກົດໝາຍໃນການຕໍ່ສູ້ເພື່ອປົກປັກຮັກສາອະທິປະໄຕເຂດໝູ່ເກາະທະເລຫວຽດນາມ ຢູ່ທະເລຕາເວັນອອກ; ບັນດາການກຳນົດທິດໃນວຽກງານຖະແຫຼງຂ່າວ, ໂຄສະນາ, ປະກອບ ສ່ວນຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ຢ່າງໝັ້ນຄົງ. ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມ ໄດ້ຍົກອອກບັນດາບົດຮຽນທີ່ດີໃນວຽກງານຖະແຫຼງຂ່າວ, ໂຄສະນາ, ຄຸນນະທາດດ້ານການເມືອງ, ຈັນຍະບັນວິຊາຊີບ ແລະ ຄວາມຮັບຜິດຊອບຂອງນັກຂ່າວໃນວຽກງານຖະແຫຼງຂ່າວກ່ຽວກັບໝູ່ເກາະທະເລ./.
Thanh Hà