(vovworld) - ໃນລາຍການໂທລະພາບຖ່າຍທອດສົດດ້ວຍຫົວຂໍ້ວ່າ “ບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດຮອດປີ 2020”, ເຊິ່ງໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 03/04, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດເນັ້ນໜັກວ່າ: ໃນ 3 ປີທີ່ຜັນຂະຫຍາຍແຜນຮ່າງບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດນັ້ນ, ຢູ່ 63 ແຂວງ, ນະຄອນລ້ວນແຕ່ມີຄະນະຊີ້ນຳ ແລະ ຮາກຖານບຳລຸງສ້າງວິຊາວີບໃຫ້ແກ່ຄົນງານຊົນນະບົດ; ມີຄົນງານຊົນນະບົດນັບລ້ານຄົນໄດ້ຮັບການບຳລຸງສ້າງ, ມີວຽກເຮັດງານທຳ... ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ ໄດ້ຮຽກຮ້ອງໃຫ້ການນຳບັນດາທ້ອງຖິ່ນເອົາໃຈໃສ່ເຖິງການສ້າງຄະນະຊີ້ນຳຂັ້ນເມືອງ, ຕາແສງກ່ຽວກັບວຽກງານບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດ; ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຄວນເອົາໃຈໃສ່ບຳລຸງສ້າງວິຊາຊີບຕິດພັນກັບສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ຄົນງານ, ຈັດຕັ້ງການເຄື່ອນໄຫວພັດທະນາແຫຼ່ງຊັບພະຍາກອນມະນຸດ ຕິດພັນກັບການບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດ ເພື່ອໃຫ້ຊາວກະສິກອນຫລຸດພົ້ນອອກຈາກຄວາມທຸກຍາກ, ກາຍເປັນຜູ້ມີລາຍຮັບສູງ, ທີຊີວິດອີ່ນນໜຳສຳລານ, ມີຄວາມຜາສຸກ.
ໃນລາຍການ, ການນຳບັນດາກະຊວງການເງິນ, ກະຊວງກະສິກຳ ແລະພັດທະນາຊົນນະບົດ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ. ສູນກາງສະມາຄົມມຊາວກະສິກອນ ໄດ້ມີການສົນທະນາກັບປະຊາຊົນກ່ຽວກັບລະບຽບການກູ້ຢື່ມທຶນທຳການຜະລິດ, ໜູນຊ່ວຍໄປຄ່າຮຽນວິຊາຊີບ ແລະ ມາດຕະການແກ້ໄຂສົ້ນອອກໃຫ້ບັນດາຜະລິດພັນຂອງຄົນງານຊົນນະບົດ.