ປີ 2013, ຫວຽດນາມ ຈະສົ່ງອອກເກີນດູນໄປຍັງ ຝລັ່ງ ກວ່າ 2 ຕື້ ເອີໂລ

ປີ 2013, ຫວຽດນາມ ຈະສົ່ງອອກເກີນດູນໄປຍັງ ຝລັ່ງ ກວ່າ 2 ຕື້ ເອີໂລ - ảnh 1
(ພາບປະກອບ)

(vovworld) - ປີ 2013, ຫວຽດນາມ ຈະ​ສົ່ງ​ອອກ​ເກີນ​ດູ​ນ​ໄປ​ຍັງ ຝລັ່ງ ກວ່າ 2 ຕື້ ​ເອີ​ໂລ, ຕົ​ວ​ເລກ​ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ວ່າ ​ເຖິງ​ວ່າ​ເສດຖະກິດ​ຝລັ່ງ ​ໃນ​ປີ 2013 ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ຝລັ່ງ ຍັງ​ຮັກສາ​ທ່າ​ເຕີບ​ໂຕ​ໄວ້​ໄດ້.

        ​ໃນ​ຂະນະ​ນັ້ນ, ຕົວ​ເລກ​ສະຖິຕິ​ຂອງ​​ພາສີ​ຝລັ່ງ ຢັ້ງຢືນ​ວ່າ ​ໃນ​ປີ 2013, ວົງ​ເງິນການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ - ຝລັ່ງ ບັນລຸ​ໄດ້ 3,5 ຕື້​ເອີ​ໂລ (​ເພີ່ມ​ຂຶ້ນ 6% ​ເມື່ອ​ທ່ຽບ​ໃສ່​ປີ 2012). ສະ​ນັ້ນ, ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ສືບ​ຕໍ່​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ຄົງ, ຝລັ່ງ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສະຫະພາບ​ເອີ​ລົບ (EU) ສຳລັບສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ.

        ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຍ​ດນາມ ​​ເຂົ້າ​ຕະຫຼາດ​​ຝລັ່ງ ຍັງ​ຄົງເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ 2012 ​ແຕ່ 1% - 4% ຄື ​ໂທລະສັບ​ມື​ຖື, ​ເຄື່ອງ​ຈັກ, ​ເກີ​ບໜັງ, ​ເຄື່ອງ​ຕໍ່​ແຜ່ນ​ຕັດ​ຫຍິບ. ພິ​ເສດ, ວົງ​​ເງິນ​ສົ່ງ​ອອກ​ຂອງ​ກຸ່ມ​ສິນຄ້າວັດຖຸ​ດິບ​ຢຸກຢາ​ເພີ່ມ​ຂຶ້ນ​ແຕ່ 36.000 ​​ເອີ​​ໂລ ​ໃນ​ປີ 2012 ຂຶ້ນ​ເຖິງ 142.000 ​​ເອີ​ໂລ ​ໃນ​ປີ 2013. ນອກຈາກ​ນັ້ນ​ຍັງມີ​ສິນຄ້າບາງ​ປະ​ເພດ​ອື່ນຂອງ​ຫວຽດນາມ ​ໄດ້​ມີ​ຕະຫຼາດ​ສົ່ງ​ອອກ​ຢ່າງ​ແນ່ນອນ.

ຂ່າວ/ບົດ​ອື່ນ