ປີ 2013: ຫວຽດນາມ ສູ້ຊົນບັນລຸ ຍອດປະລິມານການຜະລິດສິນໃນນ້ຳກວ່າ 5,8 ລ້ານໂຕນ

ປີ 2013: ຫວຽດນາມ ສູ້ຊົນບັນລຸ     ຍອດປະລິມານການຜະລິດສິນໃນນ້ຳກວ່າ 5,8 ລ້ານໂຕນ - ảnh 1
ພາບປະກອບ: internet

(vovworld) - ປີ 2012, ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​​ໄພ​ທຳ​ມະ​ຊາດ, ​ໂລກລະບາດ ​ແລະ ຕະຫລາດ​ຖືກ​ຮັດ​ແຄບ​ກໍ​ຕາມ ​ແຕ່​ຂະ​ແຫນງ​ສິນ​ໃນ​ນ້ຳ ຫວຽດນາມ ຍັງ​ຄົງ​ບັນລຸ​ໄດ້​ຫລາຍ​ຄາດໝາຍ, ​ແຜນການ ​ແລະ ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ​ກາຍ. ຕາມ​ແຫ​ລ່ງ​ຂ່າວ​​ຈາກ​ກອງ​ປະຊຸມ​ສະຫລຸບ​ຂະ​ແຫນງ​ສິນ​ໃນ​ນ້ຳ ຫວຽດນາມ ປີ 2012 ຊຶ່ງ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 25/12 ​ໃຫ້​ເຫັນ​ວ່າ, ຍອດ​ປະລິມານ​ການ​ຜະລິດ​ສິນ​ໃນ​ນ້ຳ​ທັງ​ປີ ບັນລຸ 5.800.000 ​ໂຕນ(​ເພີ່ມ​ຂຶ້ນ​ກວ່າ 8% ​ເມື່ອ​ທຽບ​ໃສ່​ປີ​ກາຍ); ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຄາດ​ວ່າ​ບັນລຸ 6 ຕື້ 180 ລ້ານ USD ​​ແມ່ນເພີ່ມ​ຂຶ້ນ 1%. ​ເຖິງ​ແນວ​ນັ້ນ​ກໍ​ຕາມ, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳພຽງບັນລຸ​ກວ່າ 90% ​ເມື່ອ​ທຽບ​ໃສ່​ແຜນການ​ວາງ​ອອກ ​ແມ່ນ 6 ຕື້ 500 ລ້ານ USD. ຄາດ​ວ່າ ປີ 2013, ສະພາບ​ການ​ໂລກລະບາດ​ສຳລັບ​ກຸ້ງ​ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ, ​ແຫ​ລ່ງ​ເງິນ​ລົງທຶນ​​ໃຫ້​ແກ່​ການ​ຜະລິດ ​ແລະ ຕະຫລາດ​ຈຳຫນ່າຍ​ຍັງປະສົບ​ກັບ​ຄວາມຫຍຸ້ງຍາກ​ຫລາຍ. ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ, ກົມ​ໃຫຍ່​ສິນ​ໃນ​ນ້ຳ ​ໄດ້​ວາງ​ຄາດໝາຍ: ປີ 2013 ຍອດ​ປະລິມານ​ການ​ຜະລິດ​ສິນ​ໃນ​ນ້ຳ​ຕ້ອງ​ບັນລຸ​ກວ່າ 5,8 ລ້ານ​ໂຕນ. ບັນດາ​ມາດ​ຕະການ​ໄດ້​ຮັບ​ການ​ສຸມ​ໃສ່​ຜັນ​ຂະຫຍາຍ​ນັ້ນ​ແມ່ນ ການວາງ​ແຜນ​ກຳນົດ, ການ​ຊີ້​ນຳ​ການ​ຜະລິດ​ສຳລັບ​ກຸ້ງ, ປາຈາ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກວດກາ​​ບັນດາ​ປັດ​​ໄຈ​ເພື່ອ​ປ້ອງ​ກັນ​ໂລກລະບາດ.

ຂ່າວ/ບົດ​ອື່ນ