ປີ 2022 ຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP 26

(VOVWORLD) -ໃນໄຕມາດທີ 1 ປີ 2022, ບັນດາກະຊວງ, ຂະແໜງການ ຕ້ອງເປັນເຈົ້າການສົມທົບກັນສ້າງລາຍການ, ແຜນການໃນຂົງເຂດຄຸ້ມຄອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ປີ 2022 ຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP 26 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ COP 26
(ພາບ: TTXVN)

ປີ 2022, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ໄດ້ສ້າງແຜນຮ່າງຜັນຂະຫຍາຍຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP 26. ນີ້ກໍ່ແມ່ນເນື້ອໃນທີ່ສອດຄ່ອງກັບໂຄງການສ້າງໂຄງປະກອບພື້ນຖານເສດຖະກິດຂອງ ຫວຽດນາມ ຄືນໃໝ່ ກ່ຽວກັບການພັດທະນາເສດຖະກິດຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ.

        ຕາມຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລ້ວ, ໃນໄຕມາດທີ 1 ປີ 2022, ບັນດາກະຊວງ, ຂະແໜງການ ຕ້ອງເປັນເຈົ້າການສົມທົບກັນສ້າງລາຍການ, ແຜນການໃນຂົງເຂດຄຸ້ມຄອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານສາດສະດາຈານ, ປະລິນຍາເອກ ເຈິ່ນທູກ, ຮອງປະທານສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຫວຽດນາມ, ໃຫ້ຮູ້ວ່າ:

        “ທ່ານນາຍົກລັດຖະມົນຕີໄດ້ຖະແຫຼງວ່າ ຫວຽດນາມ ຕ້ອງບັນລຸການປ່ອຍອາຍພິດລົງໃຫ້ເທົ່າ 0 ໃນປີ 2050. ສະນັ້ນ, ໃນໄລຍະຈະມາເຖິງ ການຫັນປ່ຽນດ້ານພະລັງງານແມ່ນດຳເນີນໄປຢ່າງໄວ ແລະ ແຮງກວ່າ, ໃນປີ 2022 ນີ້. ເພື່ອປະຕິບັດການປ່ອຍອາຍພິດລົງໃຫ້ເທົ່າ 0 ໃນປີ 2050, ຂ້າພະເຈົ້າຄິດວ່າຕ້ອງມີການໂຄສະນາຢ່າງກວ້າງຂວາງ ເພື່ອສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ອຳນາດການປົກຄອງທຸກຂັ້ນກ່ຽວກັບບັນຫານີ້”.

ຕອບກັບ

ຂ່າວ/ບົດ​ອື່ນ