ປີ 2030 ການສົ່ງອອກສິນໃນນ້ຳໃຫ້ບັນລຸ 20 ຕື້ USD

(VOVWORLD) - ປີ 2030 ການສົ່ງອອກສິນໃນນ້ຳຈະບັນລຸ 20 ຕື້ USD, ນັ້ນແມ່ນໜຶ່ງໃນບັນດາຄາດໝາຍຈຸດສຸມຢູ່ທີ່ກອງປະຊຸມສ້າງແຜນຍຸດທະສາດພັດທະນາຂະແໜງສິນໃນນ້ຳຮອດປີ 2030.

 ທີ່ກອງປະຊຸມ ໄດ້ວາງຄາດໝາຍແມ່ນ ເສດຖະກິດສິນໃນນ້ຳຈະປະກອບ 30% GDP ໃນໂຄງປະກອບຂະແໜງກະສິກຳ. ຍອດປະລິມານສິນໃນນ້ຳ ບັນລຸ 10 ລ້ານໂຕນຕໍ່ປີ ແລະ ມູນຄ່າວົງເງິນການຄ້າສົ່ງອອກສິນໃນນ້ຳຈະໃຫ້ບັນລຸໄດ້ 20 ຕື້ USD.

ປີ 2030 ການສົ່ງອອກສິນໃນນ້ຳໃຫ້ບັນລຸ 20 ຕື້ USD - ảnh 1ພາບປະກອບ/ cafef.vn

        ເມື່ອບັນລຸໄດ້ 30% GDP ໃນໂຄງປະກອບຂະແໜງກະສິກຳ, ຂະແໜງສິນໃນນ້ຳຈະກ້າວໄປເຖິງການຜະລິດສິນຄ້າຂະໜາດໃຫຍ່, ມີລະດັບການຄຸ້ມຄອງວິທະຍາສາດ, ເຕັກໂນໂລຊີທັນສະໄໝ; ສ້າງວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານ 3,5 ລ້ານຄົນ ແລະ ລະດັບລາຍຮັບຈະເທົ່າກັບລະດັບສະເລ່ຍລວມຂອງຜູ້ອອກແຮງງານໃນທົ່ວປະເທດ.

        ພ້ອມກັນນັ້ນ ແມ່ນສ້າງການຮ່ວມສຳພັນລະຫວ່າງຜູ້ຜະລິດ ແລະ ວິສາຫະກິດສົ່ງອອກ, ຄ່ອຍໆລົບລ້າງສະພາບຜະລິດປີກຍ່ອຍຄືປະຈຸບັນ. ຂະແໜງສິນໃນນ້ຳໃຫ້ຂໍ້ສັງເກດວ່າ ການຍົກລະດັບ, ພັດທະນາພື້ນຖານໂຄງລ່າງ ກໍ່ແມ່ນປັດໄຈຕັດສິນຊີ້ຂາດ ເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ