ປີ2014ແມ່ນປີສຳເລັດຜົນ ໃນການບໍລິຫານນະໂຍບາຍການເງິນ

ປີ2014ແມ່ນປີສຳເລັດຜົນ ໃນການບໍລິຫານນະໂຍບາຍການເງິນ - ảnh 1
(ພາບປະກອບ)

(vovworld) -​ ​ໃນ​ລາຍການ​ປະຊາ​ຊົນ​ຖາມ ລັດຖະມົນຕີ​ວ່າການ​ຕອບ, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫງວຽນ​ວັນ​ບິ່ງ ​ແບ່ງປັນ​ວ່າ: ປີ 2014, ​ໃນ​ບັນດາ​ຜົນງານ​ທາງ​ດ້ານ​ເສດຖະກິດ ​ແລະ ສັງຄົມ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ມີ​ການ​ປະກອບສ່ວນ​ຂອງ​ລະບົບທະນາຄານ​. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ ​ແລະ ສັງຄົມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ທະນາຄານ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ. ທ່ານ​ໃຫ້​ຮູ້​ວ່າ: ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ, ວຽກ​ງານ​ຄາດ​ຄະ​ເນ ​ແລະ ​ໄຈ້​ແຍກ​ຂອງ​ທະນາຄານ​ບັນລຸ​ໄດ້ຜົນ​ງານ​ດີ​ທີ່​ສຸດ. ດັ່ງ​ນັ້ນ​ການ​ຄາດ​ຄະ​ເນ​ອັດຕາ​ແລກປ່ຽນ USD ​ໃນ​ລະດັບ​ບໍ່​ເກີນ 2% ​ແມ່ນ​ສາມາດ​ປະຕິບັດ​ໄດ້. ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫງວຽນ​ວັນ​ບິ່ງ ​ເນັ້ນ​ໜັກ​ວ່າ:

ປີ 2014, ທະນາຄານ​​ແຫ່ງ​ລັດໄດ້​ຊື້​ເງິນຕາ​ຕ່າງປະ​ເທດ​ດ້ວຍ​ຈຳນວນ​ຫຼາຍ. ​ເມື່ອ​ທະນາຄານ​ແຫ່ງ​ລັດ​ປະກາດ​ບໍ່​ດັດ​ປັບ​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ແລ້ວ, ທະນາຄານ​ແຫ່ງ​ລັດ​ຈະ​ປະຕິບັດ​ຄື​ແນວ​ນັ້ນ ​ເພື່ອ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່​ປະຊາຊົນ​ຕື່ມ​ອີກ. ກ້າວ​ເຂົ້າ​ສູ່​ປີ 2015, ນັບ​ແຕ່​ຕົ້ນ​ປີ, ບັນດາ​ວິ​ສາ​ຫະກິດ​ໄດ້​ເປັນ​ເຈົ້າ​ການ​ວາງ​​ແຜນການຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ. ສຳລັບ​ບັນດາ​ວິ​ສາ​ຫະກິດ​ນຳ​ເຂົ້າ​ເມື່ອ​ເຫັນ​ໄດ້​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ, ​ເຂົາ​ເຈົ້າ​ຈະ​ເປັນ​ເຈົ້າ​ການ​ປັບປຸງ​ແຜນການ​ການ​ເງິນ​ຂອງ​ຕົນ“.

ຂ່າວ/ບົດ​ອື່ນ