ປີ2015ຫວຽດນາມສຸ້ຊົນບັນລຸມູນຄ່າການສົ່ງອອກຜະລິດຕະພັນກະເສດ32ຕື້USD

ປີ2015ຫວຽດນາມສຸ້ຊົນບັນລຸມູນຄ່າການສົ່ງອອກຜະລິດຕະພັນກະເສດ32ຕື້USD - ảnh 1
ເຂົ້າ​ສານ​ຍັງ​ແມ່ນ​ຜ​ະ​ລິດ​ຕະ​ພັນ​ກະ​ເສດຕົ້ນ​ຕໍ່​ຂອງ​​ຫວຽດ​ນາມ
(ພາບປະ​ກອບ)

(​vovworld) – ​​ຕາມ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແລ້ວ, ປີນີ້​ຈະ​ມີສັນ​ຍາ​ການ​ຄ້າ​ເສ​ລີ ຫຼາຍ​​ສະ​ບັບ​ໄດ້​ຮັບ​ການ​ລົງ​ນາມ, ມີ​ຜົນ​ສັກ​ສ​ິດ ທັງ​ແມ່ນ​ກາ​ລະ​ໂອ​ກາດ ກໍ່​ຄື​ແມ່ນ​ສິ່ງ​ທ້າ​ທາຍ​ຂອງ ຜະ​ລິດ​ຕະ​ພັນ​ກະ​ເສດຫຼາຍ​ປະ​ເພດ. ເພື່ອ​ບັນ​ລຸ​​ຄາດ​ໝາຍສົ່ງ​ອອກ​ໃນ​ປີນີ້ບັນ​ລຸ 32 ຕື້ USD, ທົ່ວ​ຂະ​ແໜງ​ຈະ​ສຸມ​ໃສ່​ຍູ້​ແຮງ​ການ​ສ້າງ​ພື້ນ​ຖານ​ກະ​ສິ​ກຳ​ມີ​ມູນ​ຄ່າ​ເພີ່ມ​ສູງ, ມີ​ປະ​ສິດ​ທິ​ຜົນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ບົນ​ພື້ນ​ຖານ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​​ຂະ​ແໜງຄືນ​ໃໝ່​ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃໝ່​​ໃຫ້​ດີກ່ວາອີກ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ກາວ​ດຶກ​ຟາດ, ເນັ້ນ​ໜັກ​ວ່າ:

        “ມາດ​ຕະ​ການ​ສຳ​ຄັນ​ທີ່​ສຸດ​ແມ່ນ​ສືບ​ຕໍ່​ຮັກ​ສາ​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ກະ​ສິ​ກຳ​ໃນ​ປີ 2015 ແລ​ະ ຊຸມ​ປີ​ຕໍ່​ໄປ​ແມ່ນ​ປະ​ຕິ​ບັດ​ຮອບ​ດ້ານ ແລະ ເລິກ​ເຊິ່ງ​​ກ່ຽວ​ກັ​ບແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ຄືນ​ໃໝ່​. ສຸມ​ໃສ່​ມາ​ນະ​ພະ​ຍາ​ຍາມ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ມີ​ຕະຫຼາດ​ຈ​ຳ​ໜ່າຍ ແລະ ມີ​ທ່າ​ແຮງ​ຂອງ ຫວຽດ​ນາມ. ພ້ອມ​ທັງ​ ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່ ຕ້ອງ​ຕິດ​ພັນກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.”


ຂ່າວ/ບົດ​ອື່ນ