ປີ2015ແມ່ນປີບຸກທະລຸໃນການພົວພັນຫວຽດນາມ-ສ.ເກົາຫຼີ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເກົາຫຼີ ຟ້າມຮືວຈີ໋ (ເບື້ອງຂວາ) (ພາບ: Phạm Duy/Vietnam+)
|
(vovworld) – ປີ 2015 ແມ່ນປີບຸກທະລຸໃນການພົວພັນ ຫວຽດນາມ - ສ.ເກົາຫຼີ - ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເກົາຫຼີ ຟ້າມຮືວຈີ໋ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບສະພາບການພັດທະນາ ແລະ ແງ່ຫວັງໃນການພົວພັນ 2 ຝ່າຍ ຫວຽດນາມ - ສ. ເກົາຫຼີ ໃນປີ 2016.
ພາຍຫຼັງຍົກລະດັບການພົວພັນກາຍເປັນ “ຄູ່ຮ່ວມມືຍຸດທະສາດ” ເປັນເວລາ 6 ປີ, ໃນປີ 2015, ການພົວພັນ ຫວຽດນາມ - ສ. ເກົາຫຼີ ສືບຕໍ່ໄດ້ຮັບການເປີດກ້ວາງ ແລະ ກ້າວເຂົ້າສູ່ລວງເລິກ. ບາດກ້າວບຸກທະລຸ ແລະ ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດໃນປີ 2015 ແມ່ນຂົງເຂດຮ່ວມມືດ້ານເສດຖະກິດ. ໄລ່ມາຮອດທ້າຍປີ 2015, ຍອດເງິນລົງທຶນໂດຍກົງຂອງ ສ. ເກົາຫຼີ ເຂົ້າ ຫວຽດນາມ ບັນລຸເກືອບ 50 ຕຶ້ USD. ຈຸດພົ້ນເດັ່ນທີ 2 ແມ່ນການຄ້າລະຫວ່າງ 2 ປະເທດເພີ່ມຂຶ້ນຢ່າງວ່ອງໄວ ດ້ວຍຍອດວົງເງິນການຄ້າ 2 ຝ່າຍບັນລຸ 36 ຕຶ້ USD, ເພີ່ມຂຶ້ນ 24% ເມື່ອທຽບໃສ່ປີ 2014. ຈຸດພົ້ນເດັ່ນທີ 3 ແມ່ນເລື່ອງ 2 ຝ່າຍໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) 2 ຝ່າຍ ຫວຽດນາມ - ສ. ເກົາຫຼີ ໃນວັນທີ 20/12/2015. ຄຽງຄູ່ກັນນັ້ນ, ບັນດາຂົງເຂດຮ່ວມມືອື່ນໆ ກໍ່ມີບາດກ້າວພັດທະນາດີກ່ວາ, ຂົງເຂດຮ່ວມມືກ່ຽວກັບການທ່ອງທ່ຽວ, ວັດທະນະທຳ, ແຮງງານ ກໍ່ຍາດໄດ້ຜົນງານຫຼາຍຢ່າງ.
ເມື່ອຕີລາຄາກ່ຽວກັບແງ່ຫວັງການພັດທະນາໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຟ້າມຮືວຈີ໋ ຖືວ່າ: ປີ 2016, ການພົວພັນ ຫວຽດນາມ - ສ. ເກົາຫຼີ ຈະສືບຕໍ່ພັດທະນາຢ່າງແຮງກ່ວາອີກ. ນອກຈາກນັ້ນ, ປີ 2016 ກໍ່ຈະມີກະແສລົງທຶນໃໝ່ຈາກບັນດາວິສາຫະກິດ ສ. ເກົາຫຼີ ເຂົ້າ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຖືວ່າ, ດ້ວຍທ່າອ່ຽງຕັ້ງໜ້ານັ້ນ, ຈຸດໝາຍຍົກວົງເງິນການຄ້າລະຫວ່າງ 2 ປະເທດຂຶ້ນເຖິງ 70 ຕື້ USD ໃນປີ 2020 ຈະບັນລຸໄດ້ຢ່າງແນ່ນອນ.